ການ​ແຂ່ງ​ຂັນບານ​ສົ່ງ​ຫາດ​ຊາຍໃນ​ມະ​ຫະ​ກຳ​ກິ​ລາ​ແຫ່ງ​ຊາດ
2017-09-07 16:53:03  cri 


ຕາມ​ຂ່າວCRI: ຖ້າ​ເວົ້າ​ວ່າ​ການ​ແຂ່ງ​ຂັນບານ​ສົ່ງ​ຫາດ​ຊາຍ​ແມ່ນ​ປະ​ເພດ​ກິ​ລາ​ທີ່​ສ້າງ​ຄວາມ​ຕື່ນ​ຕາ​ຫຼາຍ​ທີ່​ສຸດ​ ກໍຈະ​ບໍ່​ມີ​ຄົນ​ປະ​ຕິ​ເສດ ເພາະ​ໃນເວ​ລາ​ແຂ່ງ​ຂັນທ້ອງ​ຟ້າ​ແຈ່ມ​ໃສ,ແສງ​ຕາ​ເວັນ,ຫາດ​ຊາຍ,ສາວ​ເຊຍ​ລີດ​ເດີ​ກໍງາມ,ນັກ​ກິ​ລາ​ຜິວ​ສີ​ເຂົ້າ​ເບຼ​ແລະ​ຂາ​ຍາວ,ຫຸ່ນ​ດີ​ເໝືອນ​ດັ່ງນາງ​ແບບສາ​ກົນ. ສ່ວນ​ການ​ແຂ່ງ​ຂັນ​ກໍ​ຄຶກ​ຄັກ​,ນັກ​ກິ​ລາ​ທັງ​ຈັບ,ບ້າ​ແລະ​ກຸບ​ແລະ​ອື່ນ​ໆ​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສວຍ​ງາມ​ຂອ​ງ​ການ​ຫຼິ້ນ​ກິ​ລາ ທັງ​ນີ້ໃນ​ວັນ​ທີ 6 ກັນ​ຍາ​ນີ້, ການ​ແຂ່ງ​ຂັນ​ຮອບ​ຊິ​ງ​ຊະ​ນະ​ເລີດບານ​ສົ່ງ​ຫາດຊາຍ​ຍິງ​ໃນ​ມະ​ຫະ​ກຳ​ກິ​ລາ​ແຫ່ງ​ຊາດ​ທຽນ​ສິນ​ໄດ້​ຈັດ​ຂຶ້ນ​ຢ່າງ​ຄຶກ​ຄັກ​ແລະ​ຜົນ​ກໍ​ປາ​ກົດ​ວ່າ: ທີມປະ​ສົມຊ່ານ​ຕຸ່ງ-ເຈີ້​ຈ່ຽງ​ຊະ​ນະ​ທີມປະ​ສົມ​ຊ່ານ​ຕຸ່ງ-ຟູ​ຈ້ຽນ​ 2-0 ເຊັດ​ໄດ້​ແຊ໊ມ.
1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ