ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ພົບ​ປະກັບ​ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ສະ​ຫະ​ພາບ​ມຽນ​ມາ
2017-09-08 11:27:36  cri 

​​ທ່ານ​ຈ່າງ​ເຕີ​ຈ່ຽງ ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ວິນ​ມິນ ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ສະ​ຫະ​ພາບ​ມຽນ​ມາ​ໃນຕອນ​ບ່າຍ​ວັນ​ທີ 7 ສິງ​ຫາ​ນີ້​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ ​ນະ​ຄອນຫຼວງ​ປັກ​ກິ່ງ.

ໂອ​ກາດ​​ດັ່ງ​ກ່າວ, ທ່ານ​ຈ່າງ​ເຕີ​ຈ່ຽງ​ກ່າວ​ວ່າ: ສາຍ​ພົວ​ພັນ​ລະ​ຫວ່າງ​ອົງ​ການ​ນິ​ຕິ​ບັນ​ຍັດ​ເປັນ​ສ່ວນ​ປະ​ກອບ​ສຳ​ຄັນ​ສົ່ງ​ເສີມ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ມຽນ​ມາ. ຊຸມ​ປີ​ມໍ່ໆ​ມາ​ນີ້, ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ແລະ​ສະ​ພາ​ປະ​ຊາ​ຊົນ​ມຽນ​ມາ​ໄດ້​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ໃກ້​ຊິດ ທັງ​ໄດ້​ຕັ້ງ​ໜ້າ​ເສີມ​ຂະ​ຫຍາຍ​ບົດ​ບາດເພື່ອ​ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ແລະ​ສົ່ງ​ເສີມ​ການ​ຮ່ວມ​ມື​ສອງ​ຝ່າຍ.ແນວ​ໃດ​ກໍ​ດີ, ສອງ​ຝ່າຍ​ຄວນ​ເສີມ​ຂະ​ຫຍາຍ​​ນ້ຳ​ໃຈມິດ​ຕະ​ພາບ​ແລະ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ພ້ອມ​ດ້ວຍ​ການ​ຮ່ວມ​ມື​ຕົວ​ຈິງ​ຕື່ມ​ອີກ​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລະ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຈີນ-ມຽນ​ມາ​ໃຫ້ຫຼາຍກວ່າ​ເກົ່າ.

ທ່ານ​ວິນ​ມິນ​ຢືນ​ຢັນ​ວ່າ ຈີນ​ເປັນ​ປະ​ເທດ​ອ້າຍ​ນ້ອງ​ຂອງ​ມຽນ​ມາ, ເມື່ອ​ໃດ​ປະ​ເທດ​ຕົນ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ, ຈີນ​ກໍ​ໄດ້​​ສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ​ແລະ​ທັນ​ການ. ສະ​ພາ​ມຽນ​ມາ​ຍິນ​ດີ​ໄປ​ມາ​ຫາ​ສູ່​ກັບ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຢ່າງ​ໃກ້​ຊິດ, ຮ່ຳ​ຮຽນ​ບົດ​ຮຽນ​ທີ່​ດີ​ຂອງ​ຈີນ​ໃນ​ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ​ແລະ​​ການບໍ​ລິ​ຫານ​ປະ​ເທດ, ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ເພື່ອ​ສົ່ງ​ເສີມ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດເຂົ້າ​ສູ່​ລວງ​ເລິກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ