ວັນທີ 7 ກັນຍານີ້ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈໂຄງການອົບຮົມພາສາຈີນລະຫວ່າງສະຖາບັນຂົງຈື້ ມະຫາວິທະຍາໄລກະເສດສາດໄທ ແລະ ວຸດທິສະພາປະເທດດັ່ງກ່າວ ໂດຍທ່ານພອນເພັດ ວິຊິດຊົນໄຊ ປະທານສະພານິຕິບັນຍັດແຫ່ງຊາດໄທ, ທ່ານລານຊູ້ຫົງ ທີ່ປຶກສາທູດວັດທະນະທຳ ສະຖານທູດຈີນປະຈຳໄທ ແລະ ທ່ານກ່າວຮຸ້ຍໝິນ ຫົວໜ້າສະຖາບັນຂົງຈື້ ມະຫາວິທະຍາໄລກະເສດສາດ ເຂົ້າຮ່ວມ.
ຂ່າວລາຍງານວ່າ: ໂຄງການດັ່ງກ່າວຈະເລັ່ງເຮັດປື້ມສົນທະນາພາສາຈີນ ແລະ ເອກະສານປະກອບການສອນຕາມຄວາມຕ້ອງການຂອງສະມາຊິກສະພາ ແລະ ພະນັກງານກອງເລຂາວຸດທິສະພາ. ຂະນະທີ່ສະຖາບັນຂົງຈື້ ຈະຮັບຜິດຊອບການສອນ, ຈັດກິດຈະກຳວັດທະນະທຳສິລະປະ ເປັນຕົ້ນ ການຂຽນງາມ ເພື່ອໃຫ້ສະມາຊິກສະພາໄທໄດ້ສຳຜັດ, ຮຽນຮູ້ ວັດທະນະທຳແລະສິລະປະຈີນ.