ຈີນເຊື່ອມ​ຈອດ​ການ​ຄ້າ​ທາງ​ທະ​ເລກັບ​ບັນດາ​ປະ​ເທດ​ຢູ່​ອາຊີ​ຕາ​ເວັນ​ອອກ​ແໜ້ນ​ແຟ້ນທີ່​ສຸດ
2017-09-08 11:41:11  cri 

ຈີນ​ໄດ້​ເຜີຍ​​ແຜ່​ "ບົດ​ລາຍ​ງານ​ຕົວ​ເລກ​ດັດຊະນີ​ການ​ເຊື່ອມ​ຈອດ​ການ​ຄ້າ​ທາງ​ທະ​ເລ​ເຂດ​ອາຊີ​ຕາ​ເວັນ​ອອກ 2017" ​ໃນ​ວັນ​ທີ 7 ກັນຍາ​ນີ້​ຢູ່​ເມືອງ​ຊິ່ງຕາວ ​ໂດຍ​ຊີ້​​​ໃຫ້​ເຫັນວ່າ: ​ໃນ​ປີ 2016, ຈີນ​ເຊື່ອມ​ຈອດ​ການ​ຄ້າ​ທາງ​ທະ​ເລກັບບັນດາ​ປະ​ເທດ​ຢູ່​ອາຊີ​ຕາ​ເວັນ​ອອກ​ແໜ້ນ​ແຟ້ນທີ່ສຸດ ​ແລະ ​ໃນ​ອາ​ຊຽນກໍ​ແມ່ນສິງກະ​ໂປ ​.

ຂ່າວ​ລາຍ​ງານ​ວ່າ: ​ເປົ້າໝາຍ​ການສຳຫຼວດ​ໃນ​ບົດ​ລາຍ​ງານ​ດັ່ງກ່າວຕົ້ນຕໍ​ແມ່ນ​ປະ​ເທດ​ຢູ່​ອາຊີ​ຕາ​ເວັນ​ອອກ ​ຄື ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ ​ແລະ ອາ​ຊຽນ ແລະຈາກ​ນັ້ນຈຶ່ງ​ໄດ້​ຈັດ​ລຳດັບ​ດັ່ງ​ນີ້ ຄື ຈີນ, ຍີ່ປຸ່ນ, ສິງກະ​ໂປ, ​ໄທ, ສ.​ເກົາຫຼີ, ມາ​ເລ​ເຊຍ, ຫວຽດນາມ, ອິນ​ໂດ​ເນ​ເຊຍ, ຟິລິບ​ປິນ, ກຳປູ​ເຈຍ, ລາວ, ມຽນມາ ​ແລະ ບຣູ​ໄນ.

ບົດ​ລາຍ​ງານ​ຍັງ​ຊີ້​ໃຫ້​ເຫັນ​ວ່າ: ພາຍ​ໃນ​ອາ​ຊຽນ, ການ​ເຊື່ອມ​ຈອດ​ການ​ຄ້າ​ແໜ້ນ​ແຟ້ນກວ່າໝູ່ແມ່ນ ມາ​ເລ​ເຊຍ-ສິງກະ​ໂປ ​ແລະ ອິນ​ໂດ​ເນ​ເຊຍ-ສິງກະ​ໂປ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ