ເຂດ​ນິຄົມ​ອຸດສາຫະກຳ​ຈີນ-​ໄທ​ຢູ່​ສົງ​ໂຈ ​​ເວທີ​ຮ່ວມ​ມື​ຂ້າມ​ຊາດ​ທີ່​ພົ້ນ​ເດັ່ນ
2017-09-08 16:35:57  cri 

ຫວ່າງ​ມໍ່ໆ​ນີ້ ​ໄດ້​ຈັດກິດຈະກຳ "ສື່​ຕ່າງປະ​ເທດ​ພາສາ​ຈີນ​ໂຄສະນາ​ຜົນ​ການ​ພັດທະນາ​ເສດຖະກິດ​ທາງ​ທະ​ເລ​ເຂດ​ກວາງຊີ 2017" ​ຢູ່​ເມືອງ​ສົງ​ໂຈ ​ເຂດ​ກວາງຊີ ທີ່​ຢູ່ໃກ້​ຊາຍ​ແດນ​ພາກ​ໃຕ້ຈີນ ໂດຍຜູ້​ແທນ​ສື່​ຕ່າງປະ​ເທດ​ພາສາ​ຈີນ​ 50 ກວ່າ​ແຫ່ງ​ໃນ 20 ກວ່າ​ປະ​ເທດ ​ແລະ ​ເຂດ​ແຄວ້ນ ​ໄດ້ທັດສະນະ​ສຶກສາ​ໂຄງການ​ຕ່າງໆ​ໃນ​ເຂດ​ນິຄົມ​ອຸດສາຫະກຳ​ຈີນ-​ໄທ​ຢູ່​ເມືອງ​ດັ່ງກ່າວ.

ທ່ານ​ເຫີ​ຊ້າ​ວ​ເຫວີຍ ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ເຂດ​ນິຄົມ ກ່າວ​ວ່າ: ​ເຂດ​ນິຄົມ​ອຸດສາຫະກຳ​ຕົນ​ທີ່ຕັ້ງຢູ່​ຈຸດ​ໃຈກາງ​​ເຂດອຸດສາຫະກຳ​ໜານໜິງ-ສົງ​ໂຈ ​ແລວ​ທາງ​ເສດຖະກິດ​ໜານ​ໜິງ-ສິງກະ​ໂປ ​ເຊິ່ງ​ເປັນ​ແລວ​ທາງ​ເສດຖະກິດ​ຕາ​ເວັນ​ອອກ​ໃນແລວ​ທາງ​ເສດຖະກິດ​ຈີນ-​ແຫຼມອິນດູຈີນ ​ເຊິ່ງມີ​ເນື້ອ​ທີ່ 100 ກິ​ໂລ​ຕາ​ແມັດນັ້ນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເຂດ​ນິຄົມ​ອຸດສາຫະກຳ​ຮ່ວມ​ມື​ຂ້າມ​ຊາດ​ທີ່ຫັນ​ໜ້າ​ສູ່​ອາ​ຊຽນ ​ແລະ​ ສຸມ​ໃສ່​ພັດທະນາເຂດ​ກວາງຊີ​. ຂະນະ​ດຽວກັນ, ​ເຂດ​ນິຄົມ​ອຸດສາຫະກຳ​ຈີນ-​ໄທ ຈະ​ສຸມ​ໃສ່​ພັດທະນາ​ 6 ຖານ​ການ​ຜະລິດ ​ແລະ ​ໂຄງການ​ການ​ຜະລິດ​ອຸດສາຫະກຳທີ່​ມີ​ມູນ​ຄ່າ​ກວ່າ 10 ຕື້​ຢວນ ​ເປັນຕົ້ນ ຖານ​ຜະລິດ​ອາຫານ​ທີ່​ເປັນເອກະລັກ​ຂອງອາ​ຊຽນ ​ແລະ ຖານ​ຜະລິດ​ພະລັງງານ​ໃໝ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ