ວິທະຍາ​ໄລ​ສົງ​ຮາ​ບິນ​ແຂວງ​ເຮີຍ​ລົງ​ຈ່ຽງ ​ເປີດ​ຮັບ​ນັກ​ສຶກສາ
2017-09-08 16:52:45  cri 

ວັນ​ທີ 7 ກັນຍາ​ນີ້, ​ວິທະຍາ​ໄລ​ສົງ​ຮາ​ບິນ​ແຂວງ​ເຮີຍ​ລົງ​ຈ່ຽງ ​ໄດ້​ຈັດພິທີ​ເປີດ​ຮັບ​ນັກ​ສຶກສາ​ສົງຢູ່​ວັດ​ຈີ​ເລີ້ ​ເມືອງຮາ​ບິນ ​ເຊິ່ງ​ເປັນ​ວັດທີ່​ມີ​ອິດ​ທິພົນ​ສູງ​​ຢູ່​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຈີນ. ​​ຫຼັງ​ເປີດ​ຮັບນັກ​​ສຶກສາ​ສົງ 22 ອົງ​ຈາກ 8 ​ແຂວງ​ທົ່ວ​ປະ​ເທດຈະ​ຮ່ຳຮຽນ​ຢູ່​ໃນ​ວິທະຍາ​ໄລ​ສົງ​ດັ່ງກ່າວ​ເປັນ​ເວລາ 2 ປີ. ກ່ອນ​ໜ້າ​ນີ້ 2 ປີ, ​ຂະນະ​ທີ່ວິທະຍາ​ໄລ​ສົງ​ຊັ້ນກາງ​ໃນ​ໝວດ​ພາສາ​ຈີນ​ພຽງ​ແຫ່ງ​ດຽວ​ຢູ່​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຈີນ​ສ້າງຕັ້ງຂຶ້ນ​ແລະ​ເລີ່​ມ​ເປີດ​ການ​ຮຽນ​ການ​ສອນ​ນັ້ນ ກໍ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ໃຊ້​ອິນ​ເຕີ​ເນັດ ​ແລະ ສື່​ມວນ​ຊົນ​ຢ່າງ​ສູງ ​ເພາະ​ການ​ຂຽນ​​ຊື່​ວິທະຍາ​ໄລ​ສົງ​ໂດຍ​ຫຍໍ້ດັ່ງກ່າວ ກົງ​ກັບ​ຊື່ຂອງ​ມະຫາວິທະຍາ​ໄລ​ຮາ ​ເວີ​ດ ທີ່​ມີ​ຊື່​ສຽງຂອງ​ອາ​ເມ​ລິ​ກາ.



1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ