ກົມປະຕິບັດກົດໝາຍທາງທະເລມາເລເຊຍຖະແຫຼງໃນວັນທີ 7 ກັນຍານີ້ວ່າ, ເຈົ້າໜ້າທີ່ຂອງຕົນໄດ້ຊ່ວຍກຳປັ່ນນ້ຳມັນແລະລູກເຮືອ 14 ຄົນຂອງໄທທີ່ຖືກໂຈນສະຫຼັດປຸ້ນຢູ່ເຂດທະເລລັດເຕເລງການູ ທາງຕາເວັນອອກມາເລເຊຍໃນຕອນເຊົ້າມື້ດຽວກັນ ທັງສາມາດຈັບໂຈນສະຫຼັດໄດ້ 10 ຄົນ.
ໃນຖະແຫຼງການຂຽນວ່າ, ໂຈນສະຫຼັດທີ່ຖືກຈັບໄດ້ນັ້ນລ້ວນແຕ່ເປັນສັນຊາດອິນໂດເນເຊຍ ຂະນະທີ່ລູກເຮືອແລະກຳປັ່ນລຳດັ່ງກ່າວໄດ້ສົ່ງໄປເທດສະບານລັດເຕເລງການູ ເພື່ອສືບສວນສອບສວນຕື່ມອີກ.
ຂ່າວແຈ້ງວ່າ, ກຳປັ່ນລຳນີ້ໄດ້ບັນທຸກນ້ຳມັນກາຊວນ 2 ລ້ານ 2 ແສນລິດ ແລະໄດ້ເສຍລະບົບການຈຳແນກພິສູດແບບອັດຕະໂນມັດທາງທະເລໃນເວລາ 17 ໂມງຂອງວັນທີ 6 ກັນຍາ, ແຕ່ກຳປັ່ນລຳນີ້ໄດ້ສົ່ງສັນຍານຂໍຄວາມຊ່ວຍເຫຼືອມາ. ພາຍຫຼັງໄດ້ຮັບສັນຍານແລ້ວ, ໜ່ວຍກອບກູ້ພິເສດທາງທະເລມາເລເຊຍໄດ້ພົບກຳປັ່ນລຳນີ້ໃນຕອນເຊົ້າມືດວັນທີ 7 ກັນຍາ ແລະຊ່ວຍໄດ້ສຳເລັດ.