ເຜີຍ​ແຜ່ "ຖະ​ແຫຼງ​ການ​ການ​ທ່ອງ​ທ່ຽວ​ທີ່​ມີ​ຄຸນ​ນະ​ພາບ​ຈີນ(ກວາງ​ຕຸ້ງ)-ອາ​ຊຽນ"
2017-09-08 11:02:20  cri 
ກອງ​ປະ​ຊຸມ​​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ຈີນ(ກວາງ​ຕຸ້ງ)-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງກວາງ​ໂຈ່ວ​ແຂວງກວາງ​ຕຸ້ງ ສ​ປ ຈີນ​ໃນ​ຕອນ​ບ່າຍ​ວັນ​ທີ 7 ກັນ​ຍາ​ນີ້ ແລະ​​ໃນ​ໂອ​ກາດ​ດັ່ງ​ກ່າວ​ກໍໄດ້​ເຜີຍ​ແຜ່ "ຖະ​ແຫຼງ​ການ​ການ​ທ່ອງ​ທ່ຽວ​ທີ່​ມີ​ຄຸນ​ນະ​ພາບ​ຈີນ(ກວາງ​ຕຸ້ງ)-ອາ​ຊຽນ" ເພື່ອ​ສົ່ງ​ເສີມ​​ການ​ຄຸ້ມ​ຄອງ​ຕະຫຼາດ​ການ​ທ່ອງ​ທ່ຽວ​ໃຫ້​ເປັນ​ລະ​ບຽບຮຽບ​ຮ້ອຍ ແລະ​ຍົກ​ຄຸນ​ນະ​ພາບ​ການ​ທ່ອງ​ທ່ຽວ​ໃຫ້​ສູງ​ຂຶ້ນ.

ຫຼັງ​ກອງ​ປະ​ຊຸມ, 16 ວິ​ສາ​ຫະ​ກິດ​ຈາກ​ບັນ​ດາ​ປະ​ເທດ​ອາ​ຊຽນ​ແລະ​ແຂວງກວາງ​ຕຸ້ງ​ຈີນ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນີ້ ​ໂດຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ສະໜອງ​ຜະ​ລິດ​ຕະ​ພັນ​ແລະ​ການ​ບໍ​ລິ​ການ​ການ​ທ່ອງ​ທ່ຽວ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ບັນ​ດາ​ປະ​ເທດ, ແກ້​ໄຂ​ການ​ກ່າວ​ຟ້ອງ​ຂອງ​ນັກ​ທ່ອງ​ທ່ຽວ​ຢ່າງ​ຈິງ​ໃຈ, ປົກ​ປ້ອງ​ຜົນ​ປະ​ໂຫຍດ​​ທີ່ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ນັກ​ທ່ອງ​ທ່ຽວ; ຍົກ​ສະ​ຕິ​ຄວາມ​ປອດ​ໄພ​ດ້ານ​ການ​ທ່ອງ​ທ່ຽວ​ໃຫ້​ສູງ​ຂຶ້ນ ແລະ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ; ຂະ​ນະ​ດຽວ​ກັນ, ວິ​ສາ​ຫະ​ກິດ​ການ​ທ່ອງ​ທ່ຽວ​ຕ່າງໆ​ຄວນ​ເຄົາ​ລົບ​, ຕິດ​ຕາມ​ເຊິ່ງ​ກັນ​ແລະ​ກັນ ແລະສະ​ກັດ​ກັ້ນ​ການ​ແກ້ງ​ແຍ້ງ​ທີ່​ບໍ່​ຍຸ​ຕິ​ທຳ.

​ນອກ​ຈາກ​ນີ້, ສູນ​ຈີນ-ອາ​ຊຽນ​ຍັງ​ໄດ້​ເຜີຍ​ແຜ່ "ເສັ້ນ​ທາງທ່ອງ​ທ່ຽວອາ​ຊຽນ 50 ສາຍ" ສະ​ບັບ​ພາ​ສາ​ຈີນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ