ຈີນ​ຍິນ​ດີ​ຕ້ອນ​ຮັບ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ຮ່ວມລາຍ​ງານ​ຂ່າວກອງ​ປະ​ຊຸມໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ
2017-09-08 14:26:40  cri 
​ໃນ​ໂອ​ກາດກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນທີ່ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້, ພັກ, ລັດ​ແລະ​ປະ​ຊາ​ຊົນ​ຈີນ​ສະ​ແດງ​ຄວາມ​​ຍິນ​ດີ​ຕ້ອນ​ຮັບ​ນັກ​ຂ່າວ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​​ເຂົ້າ​ຮ່ວມລາຍ​ງານ​ຂ່າວກອງ​ປະ​ຊຸມທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ດັ່ງ​ກ່າວ.

ເພື່​ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ນັກ​ຂ່າວ​ຕ່າງ​ປະ​ເທດ, ​ນັກ​ຂ່າວ​ຮົງ​ກົງ, ມາ​ເກົາ​ແລະ​ໄຕ້​ຫວັນ​ຈີນ, ກໍ​ໄດ້​ເປີດ​ເວັບ​ໄຊ http://cpc19reg.zgjx.cn ​ໃຫ້​ນັກ​ຂ່າວ​ລົງ​ທະ​ບຽນແລະ​ຍິນ​ດີ​​ຮັບເອົາ​ການ​ລົງ​ທະ​ບຽນ​ຂອງ​ນັກ​ຂ່າວ​ຕ່າງ​ປະ​ເທດ​ໃນ​ເວັບ​ໄຊ​ດັ່ງ​ກ່າວ ໂດຍ​ເລີ່ມ​ແຕ່​ວັນ​ທີ 8 ຫາ​ວັນ​ທີ 25 ກັນ​ຍາປີ​ນີ້.

ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ນັກ​ຂ່າວ, ​ຍັງ​ໄດ້​ຕັ້ງ​ສູນ​ຂ່າວກອງ​ປະ​ຊຸມ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ​ໂດຍສູນ​ຂ່າວ​ນີ້​ຈະ​ຮັບ​ຜິດ​ຊອບ​ການ​ຕ້ອນ​ຮັບນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ, ​ພິ​ທີ​ຖະ​ແຫຼງ​ຂ່າວ ແລະ​ຕິດ​ຕໍ່​​ຂໍ້​ມູນ​ແລະ​ສຳ​ພາດ​. ຂະ​ນະ​ດຽວ​ກັນ​ກໍ​ໄດ້​ສ້າງ​ຕັ້ງ​ເວັບ​ໄຊ​ທາງ​ການ​​ແລະ​ເປີດ WE-CHAT ຂອງ​ສູນ​ຂ່າວ ເພື່ອ​ບໍ​ລິ​ການ​​ຂໍ້​ມູນ​ແລະ​ເຕັກ​ນິກໃຫ້​ແກ່​ນັກ​ຂ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ