ເຈົ້າ​ໜ້າ​ທີ່​ທະ​ຫານ​ມຽນ​ມາ​ປະ​ຕິ​ເສດ​ເຮ​ລີ​ກົບ​ແຕ​ຂອງ​ຕົນ​ບິນ​ຜ່ານ​ບັງ​ກາ​ລາ​ເດັດ
2017-09-08 16:41:44  cri 
    ຈາກ​ກໍ​ລະ​ນີ​ທີ່​ບັງ​ກາ​ລາ​ເດັດ​​ປະ​ທ້ວງ​ຫຼັງ​ເຮືອ​ບິນ​ທະ​ຫານ​ມຽນ​ມາ​ບິນ​ຜ່ານນ່ານ​ຟ້າ​ປະ​ເທດ​ຕົນ​ຫວ່າງມໍ່ໆ​ນີ້, ເຈົ້າ​ໜ້າ​ທີ່​ທະ​ຫານ​ມຽນ​ມາ​ໄດ້​ອອກ​ຖະ​ແຫຼງ​ການ​​ປະ​ຕິ​ເສດເລື່ອງ​ດັ່ງ​ກ່າວ​ໃນ​ວັນ​ທີ 6 ກັນ​ຍານີ້.

    ທັງ​ນີ້, ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ບັງ​ກາ​ລາ​ເດັດ​ໄດ້​ສົ່ງ​ຈົດ​ໝາຍ​ປະ​ທ້ວງ​ຕໍ່​ສະ​ຖານ​ທູດ​ມຽນ​ມາ​ປະ​ຈຳ​ປະ​ເທດ​ຕົນ​ໃນ​ວັນ​ທີ 1 ກັນ​ຍານີ້​ວ່າ, ເຮ​ລີ​ກົບ​ແຕ​ຂອງກອງ​ທັບ​ມຽນ​ມາ​ໄດ້​ບິນ​ຜ່ານ​ນ່ານ​ຟ້າ​ປະ​ເທດ​ຕົນ ເຊິ່ງ​ບໍ່​ມີ​ຜົນ​ດີ​ຕໍ່​ມິດ​ຕະ​ພາບ​ສອງ​ປະ​ເທດ ແລະ​ອາດ​ຈະ​ເຮັດ​ໃຫ້​ເກີດ​ເລື່ອງ​ທີ່​ຄາດ​ບໍ່​ເຖິງ. ຈາກນີ້ ຈຶ່ງ​ຮຽກ​ຮ້ອງ​ໃຫ້​ມຽນ​ມາໃຊ້​ມາດ​ຕະ​ການ​ດ່ວນ ເພື່ອຫຼີກ​ເວັ້ນ​ເຫດ​ການລັກ​ສະ​ນະນີ້.

    ຈາກນັ້ນ, ເຈົ້າ​ໜ້າ​ທີ່​ທະ​ຫານ​ມຽນ​ມາ​ກໍໄດ້​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 6 ກັນ​ຍານີ້​ວ່າ, ​ເລື່ອງ​ທີ່​ລະ​ບຸ​ໃນ​ຈົດ​ໝາຍ​ປະ​ທ້ວງ​ຂອງ​ບັງ​ກາ​ລາ​ເດັດນັ້ນ, ກອງ​ທັບ​ອາ​ກາດ​ປະ​ເທດ​ຕົນ ໄດ້​ດຳ​ເນີນ​ການ​ສືບ​ສວນ​ໃນ​ວັນ​ທີ 1 ກັນ​ຍາ​ຜ່ານ​ມາ ໂດຍ​​ສະ​ເພາະ​ສືບ​ສວນ​ຮອຍ GPS ຂອງ​ເຮ​ລີ​ກົບ​ແຕ​ດັ່ງ​ກ່າວ​ແລ້ວ​ເຫັນ​ວ່າ, ມີ​ແຕ່​ບິນຜ່ານ, ບິນ​ຂຶ້ນ​ແລະ​ລົງ​ຈອດ​ຢູ່​ເຂດ​ທີ່​ຫ່າງ​ຈາກ​ຊາຍ​ແດນ​ບັງ​ກາ​ລາ​ເດັດຫຼາຍ​ຮ້ອຍ​ແມັດ​ໃນ​ວັນ​ທີ 27 ສິງ​ຫາ ແລະ​ວັນ​ທີ 1 ກັນ​ຍາເທົ່າ​ນັ້ນ, ສ່ວນວັນ​ທີ 28 ສິງ​ຫາ​ຜ່ານ​ມາ, ກໍ​ບໍ່​ໄດ້​ບິນ​ຢູ່​ໃກ້​ຊາຍ​ແດນ​ແຕ່​ປະ​ການ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ