ຈັດ​ງານ​ວາງ​ສະ​ແດງ​ການ​ທ່ອງ​ທ່ຽວ​ສາ​ກົນ​ຢູ່​ນະ​ຄອນ​ໂຮ່ຈີ​ມິງ
2017-09-08 16:44:38  cri 
    ງານ​ວາງ​ສະ​ແດງ​ການ​ທ່ອງ​ທ່ຽວ​ສາ​ກົນ​ນະ​ຄອນ​ໂຮ​ຈີ​ມິງ​ຄັ້ງ​ທີ 13 ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ປະ​ຊຸມ​ແລະ​ວາງ​ສະ​ແດງ​ໄຊ​ງ່ອນ​ໃນ​ວັນ​ທີ 7 ກັນ​ຍານີ້ ໂດຍ​ລັດ​ຖະ​ມົນ​ຕີ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອງ​ທ່ຽວ ແລະ​ວັດ​ທະ​ນະ​ທຳ​ຫວຽດ​ນາມ, ກຳ​ປູ​ເຈຍ, ລາວ, ມຽນ​ມາ, ໄທ ແລະ​ອີ​ຕາ​ລີ ເຂົ້າ​ຮ່ວມ.

    ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ຈັດ​ຂຶ້ນ​ໂດຍ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຫວຽດ​ນາມ ແລະ​ອົງ​ການ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິງ ໂດຍ​ເນັ້ນ​ຫົວ​ຂໍ້ "ປະ​ຕູ​ການ​ທ່ອງ​ທ່ຽວ​ອາ​ຊີ" ເຊິ່ງ​​ສາ​ມາດ​ດຶງ​ດູດ​ອົງ​ການ​ທ່ອງ​ທ່ຽວ​ແລະ​ສື່ມວນ​ຊົນ 250 ກວ່າ​ແຫ່ງ​ຈາກ​ພາຍ​ໃນ​ປະ​ເທດ​ຫວຽດ​ນາມແລະ​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ ແລະ​ມີ​ຮ້ານ​ວາງ​ສະ​ແດງ​ເກືອບ 300 ຮ້ານ. ຂະ​ນະ​ດຽວ​ກັນ, ຍັງ​ໄດ້​ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອງ​ທ່ຽວ​ວ່າ​ດ້ວຍ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ແມ່​ນ້ຳ​ອີ​ລາ​ວາ​ດີ-ແມ່​ນ້ຳ​ເຈົ້າ​ພະ​ຍາ-ແມ່​ນ້ຳ​ຂອງ ຫຼື ACMECS, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ, ລາວ, ມຽນ​ມາ ແລະ​ຫວຽດ​ນາມ, ງານ​ລາ​ຕີ​ກຳ​ປູ​ເຈຍ ແລະ​ກິດ​ຈະ​ກຳ​ອື່ນໆ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ