ແມ່​ເຖົ້າ​​ຍ່າງຫຼິ້ນ​ກັບ​ເຕົ່າ​ລ້ຽງ
2017-09-08 16:50:30  cri 



ວັນ​ທີ 7 ກັນ​ຍານີ້, ແມ່​ເຖົ້າ ຫາວ​ຢູ້​ລານ ຊາວ​ເມືອງ​ຊາງ​ຊູ່ນ ສ​ປ ຈີນ ໄດ້​ພາ​ເຕົ່າ​ "ຊູ່ໆ" ທີ່​​ລ້ຽງ​ມາ 10 ປີນັ້ນ ໄປ​ຕາກ​ແດດ.
ແມ່​ເຖົ້າ​ໄວ 83 ປີ ໄດ້​ຊື້​ເຕົ່າ​ນ້ອຍ​ທີ່​ໜັກ​ບໍ່​ເຖິງ​ 250 ກ​ຣາມ​ໃນ​ເວ​ລາ​ໄປ​ທ່ຽວ​ແຂວ​ງ​ຢູນ​ນານ​ເມື່ອ 10 ປີ​ກ່ອນ ແລະ​ຕັ້ງ​ຊື່​ວ່າ "ຊູ່ໆ". 10 ປີຜ່ານ​ໄປ​ແລ້ວ, ເຕົ່າ​ໂຕນີ້​ໜັກ​ໄດ້​ເຖິງ 50 ກວ່າ​ກິ​ໂລ​ແລ້ວ ແລະ​ໃນແຕ່​ລະ​ມື້, ແມ່​ເຖົ້າ​ກໍ​ຕ້ອງ​ພາ​ໄປ​ຕາກ​ແດດ, ຈາກນີ້, ເພື່ອນ​ບ້ານ​ ຈຶ່ງ​ເອີ້ນ​ເພິ່ນ​ວ່າ "ແມ່​ເຖົ້າ​ເຕົ່າ".

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ