ປະ​ຊາ​ຊົນ​ສ ເກົາຫຼີ​ຈັດ​ການຖະ​ແຫຼງ​ຂ່າວ​ເພື່ອ​ທວງ​ໃຫ້​ລັດ​ຖະ​ບານ​ຖອນ​ລະ​ບົບ​ "ທັດ"
2017-09-09 14:57:47  cri 
ຜູ້​ຕາງ​ໜ້າປະ​ຊາ​ຊົນຢູ່​ບໍ​ລິ​ເວນ​ໃກ້​ຄຽງ​ສະ​ຖານ​ທີ່​​ທີ່​ລັດ​ຖະ​ບານ​​ສ ເກົາຫຼີຕິດ​ຕັ້ງ​ລະ​ບົບ​ຕ້ານ​ຂີ​ປະ​ນາ​ວຸດ "ທັດ" ພ້ອມ​ດ້ວຍບຸກ​ຄົນ​ຮັ​ກ​ຫອມ​ສັນ​ຕິ​ພາບ​ຂອງ​ປະ​ເທດ​ດັ່ງ​ກ່າວ​ໄດ້​ຈັດ​​ການຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 8 ກັນ​ຍາ​ນີ້ຢູ່​ຕໍ່​ໜ້າ​​ຊົນ​ວາ​ເດ ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີເພື່ອ​ປະ​ທ້ວງ​ລັດ​ຖະ​ບານ​ທີ່​ຕິດ​ຕັ້ງ​ລະ​ບົບ"ທັດ"​ໂດຍ​ບໍ່​ຫົວ​ຊາ​​ການ​ປະ​ທ້ວງ​ຂອງປະ​ຊາ​ຊົນ​ທ້ອງ​ຖິ່ນ​ດັ່ງ​ກ່າວ ທັງ​ຕຳ​ໜິ​ຕິ​ຕຽນ​ລັດ​ຖະ​ບານ​ທ່ານ​ມຸນ​ເຈ​ອິນ ເສຍ​ສັດ​ທາ​ຈາກ​ຜູ້​ສະ​ໜັບ​ສະ​ໜູນ​.

​ຜູ້​ຕາງ​ໜ້າ​ປະ​ຊ​າ​ຊົນ​ສ ເກົາຫຼີ​ຈຳ​ນວນ​ໜຶ່ງ​ຢືນ​ຢັນ​ໃນ​ການ​ຖະ​ແຫຼງ​ຂ່າວ​ວ່າ: ທ່ານ​ມຸນ​ເຈ​ອິນ​ໄດ້​ໃຫ້​ສັນ​ຍາ​ໃນ​ເວ​ລາ​ຫາ​ສຽງ​ໃນ​ການແຂ່ງ​ຂັນ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ວ່າ ຈະ​ພິ​ຈາ​ລະ​ນາ​ຄືນ​ໃໝ່​ຕໍ່​ນະ​ໂຍ​ບາຍ​ຕິດ​ຕັ້ງ​ລະ​ບົບ"ທັດ" ​ ​ແລະຫຼັງ​ຕົ​ນ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງປະ​ທາ​ນາ​ທິ​ບໍ​ດີ​ບໍ່​ດົນ​ກໍໄດ້​ເລັ່ງ​ໃຫ້​ສືບ​ສວນ​​ການ​ກະ​ທຳ​ຜິດ​ກົດ​ໝາຍ​ໃນ​ຂະ​ບວນ​ການ​ສ້າງ​ນະ​ໂຍ​ບາຍ​ຕິດ​ຕັ້ງ​ລະ​ບົບ"ທັດ" ​ໂດຍ​ເນັ້ນ​ວ່າ ການ​ຕິດ​ຕັ້ງ​ລະ​ບົບ"ທັດ"​ຕ້ອງ​ສຳ​ເລັດ​ຂັ້ນ​ຄອນ​ອັນ​ຈຳ​ເປັນ,ແຕ່​ປັດ​ຈຸ​ບັນ​ພັດ​ໄດ້​ອອກ​ຄຳ​ສັ່ງ​ຕິດ​ຕັ້ງ​ລະ​ບົບ​​ດັ່ງ​ກ່າວ​ໂດຍ​ບໍ່​ໄດ້​ຫາ​ລື​ກັບ​ມວນ​ຊົນ​ແລະ​ລັດ​ຖະ​ສະ​ພາ.

ຕອນ​ເຊົ້າ​ວັນ​ທີ 7 ກັນ​ຍາ​ນີ້, ​ທະ​ຫານ​ອາ​ເມ​ລິ​ກາ​ແລະ​ສ ເກົາຫຼີ​ໄດ້​ຂົນ​ສົ່ງ​ລົດ​ຍິງ​ຂີ​ປະ​ນາ​ວຸດ 4 ຄັນ​ສຸດ​ທ້າຍ​ພ້ອມ​ອຸ​ປະ​ກອນ​ກ່ຽວ​ຂ້ອງ​ໄປ​ຖານ"ທັດ"​​ຂອງກອງ​ທະ​ຫານ​ອາ​ເມ​ລິ​ກາ​ປະ​ຈຳ​ເມືອງ​ຊົງ​ຈູ​ແຂວງ​ກຽງ​ຊາງ​ບຸກ ສ ເກົາຫຼີ ຖື​ວ່າ​ສອງ​ປະ​ເທດ​ດັ່ງ​ກ່າວ​ໄດ້​ສຳ​ເລັດ​ການ​ຕິດ​ຕັ້ງ​ລະ​ບົບ"ທັດ"​ຢູ່​ສ ເກົາຫຼີ​ເປັນ​ການ​ຊົ່ວ​ຄາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ