ໂລກ​ຮ້ອນ​ຂຶ້ນ​ອາດ​ຈະ​ເຮັດ​ໃຫ້​ມີລົມ​ພະ​ຍຸຫຼາຍ​ຂຶ້ນກວ່າ​ເກົ່​າ
2017-09-09 15:09:50  cri 
​​ເມື່ອ​ມໍ່ໆ​ນີ້, ລົມ​ພະຍຸ "ຮາ​ວີ" ແລະ "ເອຍ​ມາ"ໄດ້​ສ້າງ​ຜົນ​ເສຍ​ຫາຍ​ຢ່າງ​ໃຫຍ່ຫຼວງ​ຢູ່​ທະ​ວີບ​ອາ​ເມ​ລິ​ກາ​ເໜືອ ຂະ​ນະ​ທີ່​ອົງ​ການ​ອຸ​ຕິ​ນິ​ຍົມ​ໂລກ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ: ໂລກ​ຮ້ອນ​ຂຶ້ນ​ອາດ​ຈະ​ເຮັດ​ໃຫ້ເກີດ​ມີ​ລົມ​ພະ​ຍຸ​ຫຼາຍ​ຂຶ້ນກວ່າ​ເກົ່າ, ໃນ​ນີ້ ລົມ​ພະ​ຍຸ​ທີ່ຮຸນ​ແຮງ​ຄື ຮາ​ວີ ​ນັ້ນ​ຈະ​ນັບ​ມື້​ມີຫຼາຍ​ຂຶ້ນ​ຕື່ມ​ໃນ​ສະ​ຕະ​ວັດ​ນີ້.

ຖະ​ແຫຼງ​ການ​ຍັງ​ໄດ້​ອ້າງ​ຕາມ​ບົດ​ລາຍ​ງານ​ປະ​ເມີນ​ເທື່ອ​ທີ 5 ຂອງ​ຄະ​ນະ​ກຳ​ມະ​ການ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ລະ​ຫວ່າງ​ລັດ​ຖະ​ບານ​ອົງ​ການ​ສະ​ຫະ​ປ​ປະ​ຊາ​ຊາດ​ວ່າ: ສາ​ມາດ​ຢືນ​ຢັນ​ໄດ້ໂດຍ​ພື້ນ​ຖານ​ແລ້ວ​ວ່າ: ​ການ​ເຄື່ອນ​ໄຫວ​ຂອງ​ມະ​ນຸດ​ໄດ້​ສ້າງ​ຜົນ​ກະ​ທົບ​ຕໍ່​ປະ​ລິ​ມານ​ອ້າຍ​ນ້ຳ​ໃນ​ບັນ​ຍາ​ກາດ​ໃກ້​ໜ້ວຍ​ໂລກ ແລະ​ຜົນ​ການ​ຄົ້ນ​ຄວ້າ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​​ເຄື່ອນ​ໄຫວຂອງ​ມະ​ນຸດ​ໄດ້​ເຮັດ​ໃຫ້​ອຸນ​ຫະ​ພູມ​ຂອງ​ໜ້າ​ນ້ຳ​ທະ​ເລ​ອ່າວ​ແມັກ​ຊິກ​ສູງ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ​ໃນໜຶ່ງ​ສະ​ຕະ​ວັດ​ກວ່າ​ມາ​ນີ້​ໂດຍ​ເຫັນ​ໄດ້​ຈາກ​ລະ​ຫວ່າງ​ປີ 1873 ຫາ​ປີ 2005​, ອຸນ​ຫະ​ພູມ​ດັ່ງ​ກ່າວໄດ້​ເພີ່ມ​ຂຶ້ນ​ເປັນ​ປະ​ຈຳ.

ຫຸ່ນ​ຈຳ​ລອງ​ດິນ​ຟ້າ​ອາ​ກາດ​ສະ​ແດງ​ໃຫ້​ເຫັນ​ວ່າ ໃນ​ອາ​ກາດ​ອຸ່ນ​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້ຫຼາຍກວ່າ​ທີ່​ຈະ​ເກີດ​ລົມ​ພະ​ຍຸ​ຮຸນ​ແຮງກວ່າ. ໃນ​ສະ​ຕະ​ວັດ​ນີ້, ເຖິງວ່າຍອດ​ຈຳ​ນວນ​ລົມ​ພະ​ຍຸ​ເຂດ​ຮ້ອນ​ບໍ່​ໄດ້​ເພີ່ມ​ຂຶ້ນ​ຈົນ​ກະ​ທັ້ງຫຼຸດ​ໜ້ອຍ​ລົງ​ກໍ​ຕາມ, ແຕ່​ລົມ​ພະ​ຍຸ​ຮຸນ​ແຮງ​ຄື​ຮາ​ວີ​ນັ້ນ​ກໍ​ອາດ​ຈະ​ເກີດ​ຂຶ້ນຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ