ທ່ານ​ຈ່າງ​ກ່າວ​ລີ້​ຈະ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 14
2017-09-09 15:13:26  cri 
ທ່ານ​ເກິງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 8 ກັນ​ຍາ​ນີ້​ວ່າ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ ກໍ​ຄື​ກອງ​ປະ​ຊຸມ​ສຸດຍອດ​ທຸ​ລະ​ກິດ​ແລະ​ການ​ລົງ​ທຶນ​ຈີນ-ອາ​ຊຽນ​ຄັ້ງ​ທີ 14 ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ໜານ​ໜິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ສ​ປ ຈີນ ​ແຕ່​ວັນ​ທີ 12 ຫາ 15 ກັນ​ຍາ​ນີ້ ໂດຍ​ທ່ານ​ຈ່າງ​ກ່າວ​ລີ້ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ, ທ່ານສອນ​ໄຊ ສີ​ພັນ​ດອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ, ສົມ​ເດັດ​ຮາ​ຈີ ຮາ​ຊາ​ນັນ ໂບນ​ເກຍ ຊູ​ດັງ​ບ​ຣູ​ໄນ, ທ່ານ​ຮຸນ​ເຊັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ, ທ່ານ​ຕວງ​ຮ​ວາ​ບິງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ຫວຽດ​ນາມ, ທ່ານ​ອັກ​ກາ ມາ​ມິນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ທີ​ໜຶ່ງ​ຂອງ​ກາ​ຊັກ​ສະ​ຖານ ເປັນ​ຕົ້ນ​ຈະ​ເຂົ້າ​ຮ່ວມ​ທິ​ພີ​ໄຂ​ງານ. ໃນ​ໄລ​ຍະ​ງານ​ວາງ​ສະ​ແດງ, ທ່ານ​ຈ່າງ​ກ່າວ​ລີ້​ຈະ​ຈັດ​ກາ​ນພົບ​ປະ​ສອງ​ຝ່າຍ​ກັບ​ຜູ້​ນຳ​ປະ​ເທດ​ຕ່າງໆ ແລະ​ເຂົ້າ​ຮ່ວມ​ພິ​ທີ​ເປີດກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ທ້ອງ​ຖິ່ນ​ຈີນ-ກາ​ຊັກ​ສະ​ຖານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ