ເປີດຫ້ອງການພົວພັນຊົ່ວຄາວເນປີດໍຂອງສະຖານທູດຈີນປະຈຳມຽນມາ
2017-09-09 15:08:25  cri 

ຕາມຂ່າວCRI: ວັນ​ທີ 8 ກັນ​ຍາ​ນີ້, ພິ​ທີ​ເປີດ​ປ້າຍຫ້ອງການພົວພັນຊົ່ວຄາວ ເນປີດໍຂອງສະຖານທູດຈີນປະຈຳມຽນມາໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ເນ​ປີ​ດໍປະເທດມຽນມາ ເຊິ່ງເປັນອົງ​ການ​ການທູດ​ຊົ່ວ​ຄາວ​ປະ​ຈຳ​ເນ​ປີ​ດໍ​ແຫ່ງ​ທຳ​ອິດ​ທີ່​ລັດ​ຖະ​ບານ​ມຽນ​ມາ​ອະ​ນຸມັດໃຫ້ສ້າງຕັ້ງຂຶ້ນ. ທ່ານ​ຮົງ​ລ້ຽງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມຽນ​ມາ ແລະ ທ່ານ​ຄວຍ​ຕິນ​ດ໌ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມຽນ​ມາ​ໄດ້​ເຂົ້າ​ຮ່ວມພິ​ທີ ແລະ ກ່າວ​​ປາ​ໄສ.ເຈົ້າໜ້າທີ່ໜ້າ​ກະ​ຊວງ​ພາຍ​ໃນ​, ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ງານ​ນະ​ຄອນ​ຫຼວງ​ເນ​ປີ​ດໍມຽນມາ ພ້ອມດ້ວຍ​ເຈົ້າ​ໜ້າ​ທີ່​ການ​ທູດຈີນປະ​ຈຳ​ສະ​ຖານ​ທູດ​ມຽນ​ມາ​ສ່ວນ​ໜຶ່ງ ເກືອບ​ຮ້ອຍ​ຄົນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ.

ໃນເວລາກ່າວ ປາໄສ, ທ່ານຮົງລ້ຽງກ່າວວ່າ, ສະຖານທູດຈີນປະຈຳມຽນມາແມ່ນອົງການຈັດຕັ້ງຕ່າງປະເທດແຫ່ງທຳອິດທີ່ສະເໜີສ້າງຕັ້ງຫ້ອງການພົວພັນເປັນຊົ່ວຄາວຢູ່ນະຄອນຫຼວງເນປີດໍ, ເຊິ່ງສະແດງໃຫ້ເຫັນຢ່າງເຕັມທີ່ວ່າ ຈີນເອົາໃຈໃສ່ສູງຕໍ່ການຂະຫຍາຍການພົວພັນກັບມຽນມາ. ປັດຈຸບັນ, ຈີນ ກັບ ມຽນມາກຳລັງຈັດການຮ່ວມມືຢ່າງໃກ້ຊິດ, ຮ່ວມກັນສ້າງ 'ໜຶ່ງແລວທາງ ໜຶ່ງເສັ້ນທາງ', ການພົວພັນລະຫວ່າງສອງປະເທດພວມມຸ່ງໜ້າໄປສູ່ອະນາຄົດແຫ່ງການພັດທະນາທີ່ກວ້າງຂວາງ. ຫ້ອງການພົວພັນຊົ່ວຄາວເນປີດໍເລີ່ມເປີດນຳໃຊ້ຢ່າງເປັນທາງການຈະເຮັດໃຫ້ການພົວພັນລະຫວ່າງສະຖານທູດຈີນປະຈຳມຽນມາ ກັບ ລັດຖະບານມຽນມາແໜ້ນແຟ້ນກວ່າເກົ່າ, ແລະຮ່ວມມືກັນໄດ້ຢ່າງສະດວກກວ່າເກົ່າ.

ທ່ານຄວຍຕິນດ໌ຍິນດີຕ້ອນຮັບສະຖານທູດຈີນປະ ຈຳມຽນມາສ້າງຕັ້ງຫ້ອງການພົວພັນຊົ່ວຄາວເນປີດໍ ແລະກ່າວວ່າ ບໍ່ວ່າໃນປະຫວັດສາດເນປີດໍ ຫຼຶື ການພົວພັນມຽນມາ-ຈີນ ລ້ວນແຕ່ເປັນຫຼັກໝາຍທາງອັນສຳຄັນ. ທ່ານຍັງກ່າວວ່າ, ຈີນສ້າງຕັ້ງສະຖານທູດຈີນປະຈຳມຽນມາໃນວັນທີ 28 ມິຖຸນາປີ 1950, ມາຮອດປັດຈຸບັນໄດ້ເປັນເວລາ 67 ປີແລ້ວ. ປັດຈຸບັນ, ຜູ້ ນຳສອງປະເທດໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈກັນ ແລະ ມິດຕະພາບຕໍ່ກັນຢ່າງແໜ້ນແຟ້ນ, ການພົວພັນລະຫວ່າງສອງປະເທດໄດ້ຂະຫຍາຍຕົວຢ່າງເດັ່ນຊັດ. ມຽນມາ ກັບ ຈີນ, ບໍ່ພຽງແຕ່ໄດ້ເພີ່ມທະວີໄມຕີຈິດມິດຕະພາບ ແລະ ການຮ່ວມມືລະຫວ່າງສອງຝ່າຍເທົ່ານັ້ນ, ຍັງໄດ້ຮັກສາການຮ່ວມມືຍຸດທະສາດໃນວຽກງານພາກພື້ນ, ວຽກງານສາກົນ ແລະ ໃນເວທີອົງການສະຫະປະຊາຊາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ