ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ແຜ່ນ​ດິນ​ໄຫວ​ແມັກ​ຊິກ​ເພີ່ມ​ຂຶ້ນ​ເປັນ 58 ຄົນ
2017-09-09 15:11:37  cri 

ຕອນ​ຄ່ຳ​ວັນ​ທີ 7 ກັນ​ຍາ​ນີ້, ແ​ມັກ​ຊິກ​ໄດ້​ເກີດ​ແຜ່ນ​ດິນ​ໄຫວຮຸນ​ແຮງລະດັບ 8,2 ຣິກເຕີ. ຕອນ​ບ່າຍ​ວັນ​ທີ 8 ກັນ​ຍາ​ນີ້, ຜູ້​ຮັບ​ຜິດ​ຊອບ​ອົງ​ການ​ປ້ອງກັນພົນ​ລະ​ເຮືອນກະ​ຊ​ວງ​ພາຍ​ໃນ​ແມັກ​ຊິກເປີດເຜີຍ​ວ່າ, ​ບົດ​ລາຍ​ງານ​ຄະ​ນະ​ກຳ​ມະ​ການ​ຮັບ​ມື​ກັບ​ສະພາບ​ສຸກ​ເສີນ​ທົ່ວ​ປະ​ເທດ​ແມັກ​ຊິກແຈ້ງ​ໃຫ້​ຮູ້​ວ່າ, ​ແຜ່ນ​ດິນ​ໄຫວ​ແມັກ​ຊິກ​ໄດ້​ເຮັດ​ໃຫ້ 58 ຄົນ​ເສຍ​ຊີ​ວິດ.

 ລັດວາຮາກາ ພາກໃຕ້ແມັດຊິກແມ່ນລັດທີ່ປະສົບໄພໜັກໜ່ວງທີ່ສຸດ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ລັດ​ດັ່ງ​ກ່າວ​ເພີ່ມ​ຂຶ້ນເປັນ 45 ຄົນ. ນອກ​ນີ້, ລັດ​ຊາ​ປັ​ສ ແລະ ລັດ​ດາ​ປາ​ສ​ໂກ​ຕ່າງກໍ​ມີ 10 ຄົນ ແລະ 3 ຄົນ​ເສຍ​ຊີ​ວິດ.     ຂ່າວ​ແຈ້ງຕື່ມວ່າ, ທ່ານ​ເອນ​ຣີ​ຄິວ ເປເນຍ ເນ​ໂດ ປະ​ທາ​ນາ​ທິ​ບໍ​ດີ​ແມັກ​ຊິກ​ໄດ້​ເດີນ​ທາງ​ໄປເຂດ​ປະ​ສົບ​ໄພໜັກໜ່ວງ​ທີ່​ສຸດ​ຂອງ​ລັດ​ຊາ​ປັ​ສ ​ເພື່ອ​ສຳ​ຫຼວດ​ສະ​ພາບ​ໄພ​ພິ​ບັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ