ຈັດ​ພິທີບາສີສູ່ຂວັນຕ້ອນຮັບທ່ານເອກອັກຄະລັດຖະທູດສປ ຈີນຄົນໃໝ່ປະຈໍາ ສປປ ລາວ
2017-09-09 15:56:55  cri 

ຄະນະບໍລິຫານງານສະມາຄົມມິດຕະພາບລາວ-ຈີນ ຮ່ວມກັບສະມາຄົມຊາວຈີນພົ້ນທະເລ ແລະ ສະພາການຄ້າຊາວຈີນຕ່າງດ້າວຢູ່ສປປ ລາວ, ໄດ້ຈັດພິທີບາສີສູ່ຂວັນໃຫ້​ແກ່ທ່ານ ຫວາງ ເຫວິນທຽນ ພ້ອມດ້ວຍພັນລະຍາ, ໃນຕອນຄໍ່າວັນທີ 8 ກັນຍາ 2017 ນີ້, ທີ່ໂຮງແຮມດອນຈັນພາເຫລດ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດທີ່​ທ່ານມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາ ສປປ ລາວ. ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄໍາມະນີ ອິນທິລາດ ປະທານສະມາຄົມມິດຕະພາບລາວ-ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ​ແລະ​ບໍ່​ແຮ່ ພ້ອມດ້ວຍພະນັກງານສະຖານທູດຈີນປະຈໍາລາວ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ.

ທ່ານ ຄໍາມະນີ ອິນທິລາດ ປະທານສະມາຄົມມິດຕະພາບລາວ-ຈີນກ່າວວ່າ: ການຈັດພິທີບາສີສູ່ຂວັນໃຫ້ແກ່ທ່ານທູດພ້ອມດ້ວຍພັນລະຍາໃນໂອກາດນີ້, ແມ່ນມີຄວາມໝາຍສໍາຄັນຍິ່ງ, ເພື່ອ​ສ່ອງ​ແສງໃຫ້ເຫັນເຖິງນ້ຳໃຈມິດຕະພາບ, ຄວາມຮັກແພງສາມັກຄີ ແລະ ທັງເປັນການອວຍພອນໄຊອັນປະເສີດຕໍ່ທ່ານ ແລະ ພັນລະຍາໃນໂອກາດທີ່ມາຮັບໜ້າທີ່ໃໝ່ທີ່ມີກຽດສະຫງ່າດັ່ງກ່າວ. ພ້ອມກັນນີ້, ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງຊາດລາວ-ຈີນ ໃຫ້ໝັ້ນຄົງ ແລະ ກ້າວສູ່ບາດກ້າວໃໝ່.  ໃນໄລຍະຜ່ານມາ, ພັກ-ລັດ ແລະ ປະຊາຊົນຈີນອ້າຍນ້ອງ ໄດ້ໃຫ້ການຊ່ວຍເຫຼືອແກ່ພັກ-ລັດ ແລະປະຊາຊົນລາວບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດຕ້ານພວກຮຸກຮານຕ່າງດ້າວໃນເມື່ອກ່ອນຫຼື​ວ່າຕໍ່ພາລະກິດປົກປັກຮັກສາ ແລະ ​ສ້າງ​ສາພັດທະນາປະເທດຊາດ. ປັດຈຸບັນ, ການລົງທຶນຂອງຈີນຢູ່ລາວໄດ້ກາຍເປັນອັນດັບ 1, ໃນນີ້, ການລົງທຶນທີ່ມີ​ມູນຄ່າ​ຫຼາຍກວ່າໝູ່ແມ່ນຂະແໜງພະລັງງານ-ບໍ່ແຮ່ ແລະ ໃນຊຸມປີຕໍ່ໜ້ານີ້, ສປປ ລາວ ພວມເລັ່ງໃສ່ຈັດຕັ້ງປະຕິບັດບັນດາທິດທາງ, ໜ້າທີ່ ແລະ ຄາດໝາຍດ້ານຕ່າງໆທີ່ກໍານົດໃນວິໄສທັດຮອດປີ 2030 , ຍຸດທະສາດຮອດປີ 2025 ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 8 ຊຶ່ງມະຕິກອງປະຊຸມໃຫຍ່ຄັ້ງທີ X ໄດ້ວາງອອກ. ພວກເຮົາຈະຕ້ອງໄດ້ຮ່ວມືກັບ​ນັກລົງທຶນຂອງ ສປ ຈີນ ເພື່ອສືບຕໍ່ຊຸກຍູ້ຈັດຕັ້ງປະຕິບັດ ຫຼາຍໂຄງການທີ່ໄດ້ລົງມືແລ້ວ ແລະ ໂຄງການໃໝ່ທີ່ຈະເກີດຂຶ້ນນັ້ນ​ໃຫ້​ສຳ​ເລັດ​ຜົນ. ພິເສດ, ພວກເຮົາຈະໄດ້ປຶກສາຫາລືກັນເພື່ອພ້ອມກັນບູລະນະສ້ອມແປງຖ້ຳທູດ ສປ ຈີນ ທີ່ເມືອງວຽງໄຊ ແຂວງຫົວພັນ. ສຸສານ ທີ່ພວມດໍາເນີນການສ້ອມ​ແປງໃກ້ຈະສໍາເລັດແລ້ວ ແລະ ອຸໂມງຂອງນັກປະຕິວັດຈີນຢູ່ແຂວງຊຽງຂວາງໃຫ້ກາຍເປັນມໍລະດົກແຫ່ງຄວາມຊົງຈໍາ ແລະ ກາຍເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ. ນອກນັ້ນ, ຍັງສະເໜີໃຫ້ທ່ານທູດຈີນປະຈໍາລາວຄົນໃໝ່ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອໂຮງຮຽນສິລະປະດົນຕີ, ຫ້ອງສະໝຸດ ​ແລະ ສວນສາທາລະນະ ເພື່ອ​ເຮັດ​ໃຫ້​ໂຄງ​ການ​ເຫຼົ່າ​ນີ້​ກາຍເປັນສັນຍາລັກ​ແຫ່ງມິດຕະພາບລາວ-ຈີນ ​ກໍ່​ຄື ຈີນ-ອາຊຽນ.

ຫຼັງຈາກນັ້ນ, ທ່ານ ຫວາງ ເຫວີນທຽນ ເອກອັກຄະລັດຖະທູດ ສປ ຈີນ ຄົນໃໝ່ປະຈໍາ ສປປ ລາວ ກ່າວວ່າ: ຂ້າພະເຈົ້າພ້ອມດ້ວຍພັນລະຍາຮູ້ສຶກມີກຽດສະຫງ່າທີ່ໄດ້ເຂົ້າຮ່ວມພິທີ ​ອັນ ເປັນສິລິມຸງຄຸນທີ່ເຕັມໄປດ້ວຍນ້ຳໃຈມິດຕະພາບຢ່າງເລິກເຊິ່ງ​ຂອງປະຊາຊົນລາວບັນດາເຜົ່າ. ຂ້າພະເຈົ້າຮູ້ສຶກອົບອຸ່ນໃຈຫຼາຍ ທີ່ໄດ້ຮັບຄໍາອວຍພອນໄຊອັນປະເສີດຈາກທຸກທ່ານທີ່ເຂົ້າຮ່ວມງານໃນມື້ນີ້,  ທ່ານກ່າວ​ຕື່ມວ່າ: ມາຮອດປະຈຸບັນ, ການຮ່ວມມືຍຸດທະສາດຮອບດ້ານຈີນ-ລາວ, ລາວ-ຈີນ ໄດ້ກ້າວເຂົ້າສູ່ໄລຍະໃໝ່ແລະປະເຊີນໜ້າກັບກາລະໂອກາດທີ່ສໍາຄັນ. ໃນ​ຖາ​ນະ​ເປັນ​ເອກ​ກະ​ຄະ​ລັດ​ຖະ​ທູດ​ສ​.ປ.ຈີນປະຈໍາ ສປປ ລາວ ຂ້າພະເຈົ້າຍິນດີສືບຕໍ່ຮ່ວມມືຢ່າງໃກ້​ຊິດກັບສະຫາຍຝ່າຍລາວ ເພື່ອ​ຊຸກຍູ້ການຮ່ວມມືໃນທຸກ​ຂົງ​ເຂດໃຫ້​ສຳ​ເລັດ​ຜົນຢ່າງປະຈັກຕາ.

ທ່ານ ຫວາງ ເຫວີນທຽນ ໄດ້​ເດີນ​ທາງມາເຖິງປະເທດລາວ​ໃນວັນທີ 14 ກໍລະກົດ 2017 ແລະ ໄດ້ຍື່ນສານຕາຕັ້ງຕໍ່ປະທານປະເທດແຫ່ງສປປ ລາວ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໃນວັນທີ 21 ກໍລະກົດ 2017 ຊຶ່ງເປັນເອກອັກຄະລັດທະທູດປະຈໍາ ສປປ ລາວ ຜູ່ທີ 13.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ