ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ກ່າວ​ເນັ້ນ​ວ່າ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ຕາມສັນ​ຍາ​ນິວ​ເຄຼຍ​ອີ​ຣານ
2017-09-10 16:44:02  cri 

​ວັນ​ທີ 9 ກັນ​ຍານີ້, ​ທ່ານ​ອາ​ລີ ອາ​ຄາ​ບາ ຊາ​​ເລ​ຮິ ​ຮອງປະ​ທາ​ນາ​ທິ​ບໍ​ດີ​ ປະ​ທານ​ອົງ​ການ​ປະ​ລາ​ມາ​ນູ​ສາ​ກົນອີ​ຮານ​ໄດ້​ກ່າວ​ວ່າ, ​ເຖິງ​ວ່າ​ອາ​ເມ​ລິ​ກາ​ຖອນ​ອອກ​ກໍ​ຕາມ, ​ຂໍ​ແຕ່​ວ່າ​​ຝ່າຍ​ອື່ນໆ​ທີ່​ກ່ຽວ​ຂ້ອງຍຶດ​ໝັ້ນ​ຄື​ເກົ່າ, ອີ​ຣານ​ກໍ່​ຈະ​ສືບ​ຕໍ່​​ປະ​ຕິ​ບັດ​ຕາມ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ນິວ​ເຄຼຍ​ອີ​ຣານ.

ທ່ານ​ຊາ​​ເລ​ຮິ​ຍັງ​ກ່າວ​ວ່າ, ​ການ​ຂວ້ຳ​ຍາດ​ຂອງອາ​ເມ​ລິ​ກາ ຢາກ​ເຮັດ​ໃຫ້​ສິ່ງ​ແວດ​ລ້ອມ​ການ​ທຸ​ລະ​ກິດ​ຂອງ​ອີ​ຣານ​ຊຸດ​ຮ້າຍ​ລົງ, ສະ​ກັດ​ກັ້​ນ​ບໍ່​ໃຫ້​ວິ​ສາ​ຫະ​ກິດ​ໃຫຍ່​ແລະ​ທະ​ນາ​ຄານ​ຮ່ວມ​ມື​ກັບ​ອີ​ຣານ.

ຫຼັງ​ຈາກ​ທ່ານໂດ​ນັນ ​ທ​ຣຳ  ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ຂຶ້ນ​ຮັບ​ຕຳ​ແໜ່ງ​ແລ້ວ ບໍ່​ພຽງ​ແຕ່​ບໍ່​ໄດ້​ຍົກ​ເລີກ​ການ​ຂວ້ຳ​ບາດທາງ​ການ​ທະ​ນາ​ຄານ​ຕໍ່​ອີ​ຣານ​ເທົ່າ​ນັ້ນ, ຫາກ​ຍັງ​ອອກ​ມາດ​ຕະ​ການ​ຂວ້ຳ​ບາດ​ຫຼາຍ​ຂຶ້ນ​ຕື່ມ​ອີກ​ດ້ວຍ. ທ່ານ​ທ​ຣຳຍັງ​ເຄີຍ​ຢາກ​ປະ​ກາດ​ຖອນ​ອອກ​ຈາກ​ສັນ​ຍາ​ຮອບ​ດານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ, ບໍ​ລິ​ສັດ​ຕາ​ເວັນ​ຕົກ​ຫຼາຍ​ແຫ່ງ​ທີ່​ຢາກ​ມາ​ລົງ​ທຶນ​ຢູ່​ອີ​ຣານ​ຈຶ່ງ​ບໍ່​ກ້າ​ມາ​ຕາມແຜນ, ນີ້​ເຮັດ​ໃຫ້​ສັນ​ຍາ​ນິວ​ເຄຼຍ​ອີ​ຮານຂາດ​ບົດ​ບາດ​ຊຸກ​ຍູ້​ຕໍ່​ເສດ​ຖະ​ກິ​ດ​ອີ​ຣານ.

ວັນ​ທີ 15 ສິງ​ຫາ​ຜ່ານ​ມາ, ທ່ານ​ຮາ​ເຊັນ ຣູ​ຮາ​ນິ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ໄດ້​ກ່າວ​ທາງອ້ອມ​ວ່າ, ຖ້າ​ວ່າ​ອາ​ເມ​ລິ​ກາ​ສືບ​ຕໍ່​ອອກ​ມາດ​ຕະ​ການຂວ້ຳ​ບາດ​ຕໍ່​ອີ​ຣານ, ອີ​ຣານ​ອາດ​ຈະ​ຖອນ​ອອກ​ຈາກ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ