ກອງ​ປ​ະ​ຊຸມ​ປະ​ສົມ​ສະ​ຖາ​ບັນ​ຂົງ​ຈື້​ອາ​ຊີ"ໜຶ່ງ​ແລວ​ທາງ​ໜື່ງ​ເສັ້ນ​ທາງ"ຈັດ​ຂື້​ນ​ຢູ່​ບາງກອກ
2017-09-10 16:51:27  cri 
ວັນ​ທີ 9 ກັນ​ຍານີ້, ກອງ​ປ​ະ​ຊຸມ​ປະ​ສົມ​ສະ​ຖາ​ບັນ​ຂົງ​ຈື້​ອາ​ຊີ "ໜຶ່ງ​ແລວ​ທາງ​ໜື່ງ​ເສັ້ນ​ທາງ"ໄດ້ຈັດ​ຂື້​ນ​ຢູ່​​ນະ​ຄອນ​ຫຼວງບາງກອກ​ຂອງ​ໄທ, ຜູ້​ຕາງ​ໜ້າ ​250 ກວ່າ​ທ່ານຂອງສະ​ຖາ​ບັນ​ຂົງ​ຈື້ 77 ແຫ່ງ, ​ທີ່​ມາ​ຈາກ 30 ປະ​ເທດ​ອາ​ຊີ​ແຄມ"ໜຶ່ງ​ແລວ​ທາງ​ໜື່ງ​ເສັ້ນ​ທາງ", ໂຮງ​ຮຽນ​ຮ່ວມ​ມື​ຝ່າຍ​ຈີນ​ຈຳ​ນວນ​ໜຶ່ງ​ແລະ​ວິ​ສາ​ຫະ​ກິດ​ຈີນ​ຢູ່​ໄທ​ເຂົ້າ​ຮ່ວມ.

ໃນ​ກອງ​ປະ​ຊຸມ​ທີ່​ໄຂ​ເປັນ​ເວ​ລາ​ສອງວັນ​ເທື່ອນີ້, ຜູ້​ຕາງ​ໜ້າ​ຈະ​ລົງ​ເລິກ​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​​ກັນ ​ໂດຍ​ປິ່ນ​ອ້ອມ​ຫົວຂໍ້​ຕ່າງໆ ເຊັ່ນ "ໜຶ່ງ​ແລວ​ທາງ​ໜື່ງ​ເສັ້ນ​ທາງ"ກັບ​ການ​ພັດ​ທະ​ນາ​ສະ​ຖາ​ບັນ​ຂົງ​ຈື້, ການ​ສ້າງ​ສາ​ເນື້ອ​ໃນ​ແລະ​ພັດ​ທະ​ນາ​ສະ​ຖາ​ບັນ​ຂົງ​ຈື້​ຢ່າງ​ມີ​ລັກ​ສະ​ນະພິ​ເສດ, ການ​ສ້າງ​ຖັນ​ແຖວ​ຄູ​ສອນ​​ຂອງ​ທ້ອງ​ຖິ່ນ ແລະ​ອື່ນໆ. ກອງ​ປະ​ຊຸມ​ຍັງ​ໄດ້​ເຊີນ​ນັກວິ​ຊາ​ການ​ຜູ້​ມີ​ຊື່​ສຽງຂອງ​ຈີນ, ໄທ, ຕວກ​ກີ, ປາ​ກິ​ສະ​ຖານ, ກາ​ຊັກ​ສະ​ຖານ, ​ສະ​ຫະ​ລັດ​ເອ​ມີ​ເຣດ​ອາ​ຣັບ ຮ່ວມ​ກັນ​ຈັດ​ເວ​ທີ​ປຶກ​ສາ​ຫາ​ລື​ຜູ້​ຊ່ຽວ​ຊານ​ກ່ຽວ​ກັບ"ໜຶ່ງ​ແລວ​ທາງ​ໜື່ງ​ເສັ້ນ​ທາງ", ພ້ອມ​ກັນ​ຄົ້ນ​ຄວ້າໂອ​ກາດ​ແລະ​ສິ່ງ​ທ້າ​ທາຍທີ່​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ລະ​ຫວ່າງ​ຂໍ້​ລິ​ເລີ່ມ"ໜຶ່ງ​ແລວ​ທາງ​ໜື່ງ​ເສັ້ນ​ທາງ" ແລະ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງ​ບັນ​ດາ​ປະ​ເທດນັ້ນ​ນຳ​ມາໃຫ້​ສະ​ຖາ​ບັນ​ຂົງ​ຈື້, ແລະປະ​ກອບ​​ຄຳ​ຄິດຄຳ​ເຫັນໃຫ້​ສະ​ຖາ​ບັນ​ຂົງ​ຈື້​ໃນ​ການ​ບໍ​ລິ​ການ​ເປັນ​ຢ່າງ​ດີກວ່າ​ເກົ່າ​ໃຫ້​ແກ່​ປະ​ເທດ​ແຄມ​ແລວ​ທາງ.

ຂ່າວ​ແຈ້ງວ່າ, ​ມາ​ຮອດ​ປັດ​ຈຸ​ບັນ, ຢູ່​ລຽບຕາມ"ໜຶ່ງ​ແລວ​ທາງ​ໜື່ງ​ເສັ້ນ​ທາງ"​ ມີ 51 ປະ​ເທດ​ໄດ້​ສ້າງ​ຕັ້ງ​ສະ​ຖາ​ບັນ​ຂົງ​ຈື້ 135 ແຫ່ງ​ແລະ ຫ້ອງ​ຮຽນ​ຂົ​ງ​ຈື້ 129 ແຫ່ງ, ໃນ​ນັ້ນ 30 ປະ​ເທດ​ອາ​ຊີ​ໄດ້​ສ້າງ​ຕັ້ງສະ​ຖາ​ບັນ​ຂົງ​ຈື້ 77 ແຫ່ງ​ແລະ ຫ້ອງ​ຮຽນ​ຂົ​ງ​ຈື້ 79 ແຫ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ