ຄະນະທູດຈີນປະຈຳສະຫະພາບເອີລົບໄດ້ຈັດກິດຈະກຳ "ວັນເປີດປະຕູຈີນ" ຊົມໃນວັນທີ 9 ກັນຍານີ້, ການສະແດງສິລະປະວັນນະຄະດີທີ່ໜ້າຊົມແລະການສຳຜັດດ້ານວັດທະນະທຳທີ່ດີເດັ່ນ, ເຮັດໃຫ້ປະຊາຊົນເອີລົບໄດ້ຮູ້ຈັກປະເທດຈີນແລະວັດທະນະທຳຈີນຢ່າງໃກ້ຊິດ.
ກິດຈະກຳດັ່ງກ່າວໄດ້ດຶງດູດຜູ້ຊົມວົງການຕ່າງໆຂອງເອີລົບຫຼາຍກວ່າ 800 ຄົນ. ເຊິ່ງບັນດາຜູ້ຊົມໄດ້ຊົມການສະແດງເຊີດສິງ, ການປ່ຽນໜ້າ, ກາຍະສິນ, ການສະແດງປີອາໂນຂອງເດັກນ້ອຍ, ການເປົ່າຂຸ່ຍຂອງເດັກນ້ອຍ, ການສະແດງມວຍໄທເກັກແລະອື່ນໆ, ຂະນະທີ່ໄດ້ສຳຜັດວິທີດື່ມຊາ, ການຂຽນງາມ, ຝັງເຂັມແລະໄດ້ຊິມອາຫານຈີນ.
ທ່ານນາງຢາງຢ້ຽນຢີ, ຫົວໜ້າຄະນະທູດຈີນປະຈຳສະຫະພາບເອີລົບກ່າວວ່າ, "ກິດຈະກຳວັນເປີດປະຕູຈີນໄດ້ເສີມຂະຫຍາຍບົດບາດສຳຄັນໃນການເພີ່ມຄວາມໄວ້ເນື້ອເຊື່ອໃຈແລະມິດຕະພາບລະຫວ່າງຈີນກັບເອີລົບ, ໄດ້ກາຍເປັນກິດຈະກຳສຳຄັນທີ່ມີກຳລັງດຶງດູດທີ່ສຸດໃນຂະບວນການພົວພັນຄູ່ຮ່ວມຍຸດທະສາດລະຫວ່າງຈີນກັບສະຫະພາບເອລົບ"