ໄທ​ຈັດ​ກິດ​ຈະ​ກຳທ່ຽວ​ອາ​ຊຽນ​ເພື່ອ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-09-11 11:22:18  cri 
ກິດ​ຈະ​ກຳ​ທ່ຽວ​ອາ​ຊຽນ​ເພື່ອ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບາງກອກ​ປະ​ເທດ​ໄທ​ໃນ​ວັນ​ທີ 8 ກັນ​ຍາ​ນີ້​ໂດຍ​ແຂກ​ຖືກ​ເຊີນຈາກຈີນ,ອິນ​ໂດ​ເນ​ເຊຍ,ສິງ​ກະ​ໂປ,ໄທ​ແລະ​ອື່ນໆ​ກວ່າ 100 ທ່ານ​ເຂົ້າ​ຮ່ວມ.

ຄະ​ນະ​ກຳ​ມ​ະ​ການ​ສົ່ງ​ເສີມ​ການ​ຄ້າ​ອາ​ຊຽນ​ບວກ 6 ​ຂອງ​ໄທໃນ​ຖາ​ນະ​ເຈົ້າ​ພາບ​ໄດ້ ຢືນ​ຢັນ​ວ່າ ການ​ຈັດ​ກິດ​ຈະ​ກຳ​ດັ່ງ​ກ່າວ​ກໍ​ເພື່ອ​ເປັນ​ການ​ຕອບ​ຮັບ​ຂໍໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ສົ່ງ​ເສີມ​ການ​ແລກ​ປ່ຽນ​ຮ່ວມ​ມື​ກັນ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ອາ​ຊຽນ​​ທັງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ ​ວັດ​ທະນະ​ທຳ​ສັງ​ຄົມ, ຂະ​ນະ​ທີ່​ໄທ​ເປັນ​ປະ​ເທດ​ທຳ​ອິດ​ຈັດ​ກິດ​ຈະ​ກຳ​ດັ່ງ​ກ່າວ.

ທ່ານ​ນິ​ຄົມ​ໄວ​ຣັດ​ພະ​ນິດ ປະ​ທານ​ວຸດ​ທິ​ສະ​ພາ​ຊຸດ​ທີ 24 ຂອງ​ໄທໄດ້​ກ່າວ​ປາ​ໄສ​ໂດຍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ຈັດ​ກິດ​ຈະ​ກຳ​ວ່າ: ກິດ​ຈະ​ກຳ ນີ້​ຕົ້ນ​ຕໍ​ຈະ​ເນັ້ນ​ການ​ເບິ່ງ​ແຍງລ້ຽງ​ດູ​ຄົນຊະ​ລາ, ການ​ປິ່ນ​ປົວ​ແລະ ​ອື່ນໆ, ຂະ​ນະ​ທີ່​ລັດ​ຖະ​ບານ​ໄທ​ທຸກ​ຊຸດ​ລ້ວນ​ແຕ່​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ເບິ່ງ​ແຍງລ້ຽງ​ດູ​​ຄົນຊະ​ລາ​ແລະ​ການ​ປິ່ນ​ປົວ​ເປັນ​ຢ່າງ​ຍິ່ງ ແລະ​ຫວັງ​ວ່າ​ກິດ​ຈະ​ກຳ​ດັ່ງ​ກ່າວ​ຈະ​ເປັນປະ​ໂຫຍດ​ຕໍ່​ການ​ປະ​ກອບ​ສ່ວນ​ສ້າງ​ໄທ​ໃຫ້​ເປັນ​ໃຈ​ກາງ​ແຫ່ງ​ການ​ປິ່ນ​ປົວ​ແລະ​ລ້ຽງ​ດູ​ໄວ​ຊະ​ລາ​ໃນ​ພາກ​ພື້ນ​ໃນ​ຕໍ່​ໜ້າ.

​ຂ່າວ​ແຈ້ງ​ວ່າ: ​ໃນ​ຕໍ່​ໜ້າ, ກິດ​ຈະ​ກຳ​ທ່ຽວ​ອາ​ຊຽນ​ເພື່ອ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ຈະໄດ້ຈັດ​ຂຶ້ນ​ຢູ່​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ຕາມ​ລຳ​ດັບ​ ເຊິ່ງ​ຕາມ​ແຜນ​​ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ຢູ່​ອິນ​ໂດ​ເນ​ເຊຍ​ໃນ​ປີ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ