ບໍ​ລິ​ການ​ຄູ່​ສົມ​ລົດ​ໃໝ່​ເປັນ​​ພິ​ເສດ
2017-09-11 17:01:09  cri 

ເວ​ລາ 9 ໂມງ​ຂອງວັນ​ທີ 9 ກັນ​ຍາ​ນີ້, ຢູ່​ສະ​ຖາ​ນີ​ລົດ​ໄຟ​ຊີ່​ຈ້ານ​ເມືອງ​ຮາ​ບິນ ແຂວງ​ເຮີຍ​ລົງ​ຈ່ຽງ ສ​ປ ຈີນ, ທ້າວ ເສິນ​ຕຸ່ງ ເຈົ້​າ​ບ່າວ​ ​ອາ​ຍຸ 26 ປີ​ໄດ້​​ຄວງແຂນ​ເຈົ້າ​ສາວຂຶ້ນ "ລົດ​ວິ​ວາ"ທີ່​ບໍ່​ແມ່ນ​ລົດ​ເກັງ​ແຕ່​ເປັນລົດ​ໄຟ​ຄວາມ​ໄວ​ສູງຖ້ຽວ D6907 "ເມືອງ​ຮາ​ບິນ​-ເມືອງ​ຕ້າ​ຊິ້ງ"​​ໂດຍ​ມີໝູ່​ເພື່ອນ​ຍາດ​ພີ່​ນ້ອງ​ເກືອບ 100 ຄົນ​ຮ່ວມ​ສະ​ແດງ​ຄວາມ​ຍິນ​ດີ.

ທ້າວ​ເສິນ​ຕຸ່ງ ​ເຈົ້າ​ບ່າວ ເປັນ​ຊາວເມືອງ​ຕ້າ​ຊິ້ງ ແລະ​ນາງ​ມາ​ຢຽນ ເຈົ້າ​ສາວ​ເປັນ​ຊາວ​ເມືອງ​ຮາ​ບິນ​​ໂດຍ​ທັງ​ສອງເປັນ​ພະ​ນັກ​ງານ​​ບໍ​ລິ​ສັດທາງ​ລົດ​ໄຟ​​ຢູ່​ສອງ​ເມືອງ​ດັ່ງ​ກ່າວ. ດ້ວຍ​ບຸບ​ເພ​ສັນ​ນິ​ວາດ​ຄື​ທັງ​ສອງ​ໄດ້ພົບ​ແລະ​ມັກ​ຮັກ​ກັນ​ຢູ່​ເທິງ​ຂະ​ບວນ​ລົດ​ໄຟ​ຄວາມ​ໄວ​ສູງ​ຮາ​ບິນ-ສີ​ສີ​ຮາ​ເອີ​ທີ່​​ຫາ​ກໍເປີດ​ບໍ​ລິ​ການ​ໃໝ່ໆ.

ເຈົ້າ​ບ່າວບອກ​ນັກ​ຂ່າວ​ວ່າ: ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ເປັນ​ຂົວ​​ຮັກ​ຂອງ​ພວກ​ເຮົາ.

1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ