ຈີນໄຂ​ງານ​ວາງ​ສະ​ແດງ​ IOT ໂລກ
2017-09-11 17:03:37  cri 


ງານ​ວາງ​ສະ​ແດງ​ Internet of things ຫຼື IOT ​ໂລກ​ປີ 2017 ທີ່​ກະ​ຊວງ​ອຸດ​ສາ​ຫະ​ກຳແລະ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ,ກະ​ຊວງ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​​ຈີນ​ແລະ​ອົງ​ການ​ປົກ​ຄອງ​ປະ​ຊາ​ຊົນ​ແຂວງ​ຈ່ຽງ​ຊູ່​ຮ່ວມ​ກັນ​ເປັນ​ເຈົ້າ​ພາບຮ່ວມ​ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ຫວູ​ຊີ່​ແຂວງ​ຈ່ຽງ​ຊູ່ ໂດຍ​ພາຍ​ໃນ​ງານ​ຈະ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຫວູ​ຊີ່ IOT​ ໂລກ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ແລະ​ນຳ​ໃຊ້ IOT ແລະ​ກິດ​ຈະ​ກຳ​ຕ່າງໆ 8 ເທື່ອ​ແລະ​ເນັ້ນ​ຫົວ​ຂໍ້ "ໂລກ​ແຫ່ງ IOT, ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ". ຂະ​ນະ​ດຽວ​ກັນ​ໃນ​ງານ​ດັ່ງ​ກ່າວ​ມີ​ເນື້ອ​ທີ່​ວາງ​ສະ​ແດງ​ເຖິງ 5 ໝື່ນ​ຕາ​ແມັດ ເຊິ່ງ​ແບ່ງ​ອອກ​ເປັນ​ຫຼາຍ​ເຂດ​ເປັນ​ຕົ້ນ​ເຂດ​ວາງ​ສະ​ແດງ​ອຸ​ປະ​ກອນ​ແລະ​ຊອ​ຟ​ແວ IOT, ເຂດ​ວາງ​ສະ​ແດງ​ຜົນ​ສຳ​ເລັດ​ແຫ່ງ​ການ​ພັດ​ທະ​ນາ IOT, ການ​ຜະ​ລິດ​ແບບ​ສະ​ມາດ,ຄົມ​ມະ​ນາ​ຄົມ​ແບບ​ສະ​ມາດ ແລະ ຊີ​ວິດ​ການ​ເປັນ​ຢູ່​ແບບ​ສະ​ມາດ ໂດຍວິ​ສາ​ຫະ​ກິດ​ທີ່​ມີ​ຊື່​ສຽງ​ຈາກ 20 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ 500 ກວ່າ​ແຫ່ງ​ເຂົ້າ​ຮ່ວມ.
1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ