ເຈົ້າ​ໜ້າ​ທີ່ຟີ​ລິບ​ປີນ​ຊີ້​ການເລັ່ງ​ເຈ​ລະ​ຈາສັນ​ຍາ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນຫຼືRCEP​​​ ມີ​ຄວາມ​ສຳ​ຄັນ​ທີ່​ສຸດ
2017-09-11 14:13:59  cri 
ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ອາ​ຊຽນ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ມະ​ນີ​ລາ​ປະ​ເທດ​ຟີ​ລິບ​ປີນ​ໃນ​ວັນ​ທີ 10 ກັນ​ຍາ​ນີ້, ທ່ານ​ເຊ​ເຟ​ຣິ​ໂນ ຣຸ​ດົ​ຟ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຟີ​ລິບ​ປີນ​ກ່າວ​ວ່າ, ​ຈາກສະ​ພາບ​​ເສດ​ຖະ​ກິດ​ໂລກ​ເຕີບ​ໂຕ​ຊ້າ​ລົງ​ແລະ​ລັດ​ທິ​ປົກ​ປ້ອງ​ກໍ່​ຮ່າງຂຶ້ນ​ນັ້ນ, ​ການເລັ່ງ​ເຈ​ລະ​ຈາ RCEP ແລະ​ເຮັດ​ໃຫ້ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ແບບ​ຢ່າງ​ດ້ານ​ການ​ລິ​ເລີ່ມ​ການ​ຄ້າ​ເສ​ລີ​ມີ​ຄວາມສຳ​ຄັນ​ທີ່​ສຸດ.

ໃນ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ຂອງ RCEP ທີ່​ຈັ​ດ​ຂຶ້ນ​ໃນ​ວັນ​ທີ 10 ກັນ​ຍາ​ນີ້, ຜູ້​ຕາງ​ໜ້າ​ຂອງ​ບັນ​ດາ​ປະ​ເທດ​ທີ່​ຮ່ວມກອງ​ປະ​ຊຸມ​ໄດ້​ປຶກ​ສາ​ຫາ​ລື "ຫົວ​ຂໍ້​ທີ່​ພົ້ນ​ເດັ່ນ​ສຳ​ຄັນ" ໃນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ RCEP. ​ແລະຖ້າ​​ສາ​ມາດ​ບັນ​ລຸ RCEP, ຈະ​ສ້າງ​ກຸ່ມ​ການ​ຄ້າ​ທີ່​ມີ​ປະ​ຊາ​ກອນ​ປະ​ມານ 3 ຕື້​ຄົນ, GDP ກໍ​ຈະ​ບັນ​ລຸຫຼາຍກວ່າ 2 ໝື່ນ 1 ພັນ​ຕື້​ໂດ​ລາ​ແລະ​ກວມຍອດ​​ການ​ຄ້າ​ປະ​ມານ 30% ໃນ​ໂລກ, ແລະ​ກາຍ​ເປັນ​ຊ່ອງ​ທາງ​ທີ່​ອາດ​ເປັນ​ໄປ​ໄດ້​ໃນ​ການ​ບັນ​ລຸ​ເຂດ​ການ​ຄ້າ​ເສ​ລີ​ອາ​ຊີ​ປາ​ຊີ​ຟິກ​ທີ່​ໃຫຍ່ກວ່​າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ