ນາ​ນ​ນິງ​ຈັດງານ​ວາງ​ສະ​ແດງ​ຮູບ​ຖ່າຍ "ຄວາມ​ຝັນ​ຢູ່​ອັງ​​ກໍວັດ"
2017-09-11 14:31:12  cri 
ຕາມ​ຂ່າວ CRI: ງານ​ວາງ​ສະ​ແດງ​ຮູບ​ຖ່າຍ "ຄວາມ​ຝັນ​ຢູ່​ອັງ​ກໍວັດ" ຂອງ​ທ່ານ​ເສີນ​ລີ​ເຊີງ ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ວິ​ຈິດ​ສິນ​ສຳ​ນັກ​ພິມ​ຈຳ​ໜ່າຍ​ວິ​ຈິດ​ສິນ​ກວາງ​ຊີ​ຈີນ​ໃນ​ວັນ​ທີ 10 ກັນ​ຍາ​ນີ້, ​ໂດຍທ່ານ​ເຈິ້ງລີ ກຳ​ມະ​ການ​ປະ​ຈຳ​ສະ​ພາ​ປຶກ​ສາ​ການ​ເມືອງ​​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ຫົວ​ໜ້າ​ສະ​ຖາ​ບັນ​​ວິ​ຈິດ​ສິນກວາງ​ຊີ​ຈີນ, ທ່ານ​ເຊ້ຍ​ລິນ ປະ​ທານ​ສະ​ມາ​ຄົມ​ວິ​ຈິດ​ສິນກວາງ​ຊີ​ແລະ​ທ່ານ​ອື່ນໆ​ເຂົ້າ​ຮ່ວມ.

ທ່ານ​ເສີນ​ລີ​ເຊີງ ຮອງ​ຫົວ​ໜ້າ​ຫໍ​ພິ​ພິ​ທະ​ພັນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ການ​ທີ່​ຈັດ​ງານ​ວາງ​ສະ​ແດງ​ເທື່ອ​ນີ້​ໃນ​ໄລ​ຍະ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 14, ​ກໍ​ເພື່ອ​ໃຫ້​​ຊາວຕ່າງ​ປະ​ເທດ​ແລະ​ປະ​ຊາ​ຊົນ​ເຂດກວາງ​ຊີ​ທີ່​​ເຂົ້າ​ຮ່ວມມາຊົມ​ສິລະ​ປະ​ອັງກໍວັດ​ລວມ​ທັງ​ຊອກ​ຮູ້​ວັດ​ທະ​ນະ​ທຳ​ແລະ​ປະ​ຫວັດ​ສາດ​ທີ່ອຸ​ດົມ​ສົມ​ບູນ​ຂອງ​​ອາ​ຊຽນ, ຂະ​ນະ​ດຽວ​ກັນກໍ​ເພື່ອ​ຄວາມ​ໝາຍ​​ຂອງການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ.

ງານ​ວາງ​ສະ​ແດງ​ເທື່ອ​ນີ້​​ຈັດ​ຂຶ້ນ​ໂດຍ​ການ​ເປັນ​ເຈົ້າ​ພາບ​ຮ່ວມ​ຂອງ​ສຳ​ນັກ​ພິມ​ຈຳ​ໜ່າຍ​ວິ​ຈິດ​ສິນກວາງ​ຊີ​ແລະ​ສະ​ຖາ​ບັນ​ສິ​ລະ​ປະ​ການ​ຂຽນ​ງາມ​ແລະ​ແຕ້ມ​ຮູບ​ແລະ​ຈະ​ດຳ​ເນີນ​ເປັນ​ເວ​ລາ 20 ວັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ