ເຈົ້າ​ໜ້າ​ທີ່​ໄທ​ກ່າວ​​ທ່ານ​ນາງ​ຍິ່ງ​ລັກ​ຂີ່​ລົດ​ຜ່ານ​ດ່ານ​ທະ​ຫານ​​ແລ້ວ "ຫາຍ​ສາບ​ສູນ"
2017-09-11 10:14:17  cri 
ທ່ານ​ປ​ຣະ​ວິດ ວົງ​ສຸ​ວັນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ຊາດ​ໄທ​ເປີດ​ເຜີຍ​ໃນ​ວັນ​ທີ 8 ກັນ​ຍາ​ນີ້​ວ່າ, ​ມີ​ຄວ​າມ​ຄືບ​ໜ້າ​ຕໍ່​ກໍ​ລະ​ນີ​ການ​ໂຕນ​ໜີ​ຂອງ​ທ່ານ​ນາງ​ຍິ່ງ​ລັກ ຊິນ​ນະ​ວັດ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ​ໂດຍ​ກ້ອງວົງ​ຈອນ​ປິດ​ຈັບ​ພາບ​ໄດ້​ວ່າ, ທ່ານ​​ໄດ້​ຂີ່​ລົດ​ເກັ໋ງ​ຄັນ​ໜຶ່ງ​ຜ່ານ​ດ່ານ​ທະ​ຫານ​ແຫ່ງ​ໜຶ່ງ​ຢູ່​ແຂວງ​​ສະແກ້ວ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​​ປະ​ເທດ.

ທ່ານ​ປ​ຣະ​ວິດ​ກ່າວ​ວ່າ, ກ້ອງວົງ​ຈອນ​ປິດ​ດັ່ງ​ກ່າວ​ບໍ່​ສາ​ມາດ​ຕິດ​ຕາມ​ຂໍ້​ມູນ​ອື່ນໆ​ຂອງ​ລົດ​ຄັນ​ນີ້ ຈິ່ງບໍ່​ມີຫຼັກ​ຖານ​ສະ​ແດງ​ໃຫ້​ເຫັນ​ວ່າ ລົດ​ຄັນ​ນີ້​ໄດ້​ຂ້າມ​ຊາຍ​ແດນ​ແລ້ວ​ເຂົ້າ​ສູ່​ກຳ​ປູ​ເຈຍ. ເຈົ້າ​ໜ້າ​ທີ່​ໄທ​ພວມ​ສືບ​​ຫາ​ຜູ້​ຂັບ​ລົດ, ແຕ່​ຢູ່​ເຂດ​ດັ່ງ​ກ່າວ​ມີ​ເສັ້ນ​ທາງຫຼາຍ​ສາຍ​ສາ​ມາດ​ໂຕນ​ໜີ​ອອກ​ຈາກ​ປະ​ເທດ​ໄທ. ສະ​ນັ້ນ, ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ພວມ​ສືບ​​ຫາ​ເສັ້ນ​ທາງ​ທີ່​ທ່ານ​ນາງ​ຍິ່ງ​ລັກ​ອາດ​ຈະ​​ຜ່ານ.

ສານ​ດີ​ການ​ພະ​ແນກ​ຄະ​ດີ​ອາ​ຍາ​ຂອງ​ຜູ້​ດຳ​ລົງ​ຕຳ​ແໜ່ງ​ທາງ​ການ​ເມືອງ​ຂອງ​ໄທ​​ໄດ້​ຕັດ​ສິນ​ຄະ​ດີ​ໂຄງ​ການ​ຈຳ​ນຳເຂົ້າ​ຂອງ​ທ່ານ​ນາງ​ຍິ່ງ​ລັກ​ໃນ​ວັນ​ທີ 25 ສິງ​ຫາ​ຜ່ານ​ມາ, ແຕ່​ທ່ານ​ນາງ​ຍິ່ງ​ລັກ​ບໍ່​ໄດ້​ຂຶ້ນ​ສານ ດ້ວຍ​ຂໍ້​ອ້າງ​ບໍ່​ສະ​ບາຍ. ຫຼັງ​ຈາກ​ນັ້ນ​ສານ​ໄດ້​ອອກ​​ຄຳ​ສັ່ງ​ຈັບ​ທ່ານ​ທັນ​ທີ. ຂະ​ນະ​ດຽວ​ກັນ ກໍ​ມີ​ຂ່າວ​​ນຳຫຼັງວ່າ ທ່ານ​ນາງ​ຍິ່ງ​ລັກ​ໄດ້​ໂຕນ​ໜີ​ອອກ​ຈາກ​ປະ​ເທດ​ໄທ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ