ກອງ​ປະ​ຊຸມ​ສະ​ຖາ​ບັນ​ຂົງ​ຈື້​ອາ​ຊີ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບາງກອກ
2017-09-11 11:09:06  cri 
ກອງ​ປະ​ຊຸມ​ສະ​ຖາ​ບັນ​ຂົງ​ຈື້​ອາ​ຊີ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ທີ່​ຈັດ​ໂດຍ​ຫ້ອງ​ການ​ໜ່ວຍ​ຊີ້​ນຳ​ເຜີຍ​ແຜ່​ພາ​ສາ​ຈີນ​ສາ​ກົນ ກໍ​ຄື​ສຳ​ນັກ​ງານ​ໃຫຍ່​ຂົງ​ຈື້ ແລະ​ສະ​ຖາ​ບັນ​ຂົງ​ຈື້​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ບ້ານ​ສົມ​ເດັດ ເຈົ້າ​ພະ​ຍາ​ໄທ​ເປັນ​ຜູ້​ຈັດ​ຕັ້ງ​ປະ​ຕິ​ບັດ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບາງກອກ​ປະ​ເທດ​ໄທ​ໃນ​ວັນ​ທີ 9 ກັນ​ຍາ​ນີ້ ໂດຍ​ມີ​ຜູ້​ແທນ 250 ກວ່າ​ທ່ານ​ຈາກ​ສະ​ຖາ​ບັນ​ຂົງ​ຈື້ 77 ແຫ່ງ​ໃນ 30 ປະ​ເທດ​ທີ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ໂຮງ​ຮຽນ​ຊັ້ນ​ສູງ​​ຈີນທີ່​ມີ​ສ່ວນຮ່ວມ​ມື, ​ນັກ​ທຸ​ລະ​ກິດ​ຈີນ​ຢູ່​ໄທ​​ເຂົ້າ​ຮ່ວມ.

​ຕະຫຼອດ​ໄລ​ຍະ​ 2 ວັນ, ກອງ​ປະ​ຊຸມ​ໄດ້​ເນັ້ນ​​ປຶກ​ສາ​ຫາ​ລື​ຫົວ​ຂໍ້​ຕ່າງໆ ເຊັ່ນ: "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ກັບ​ການ​ພັດ​ທະ​ນາ​ຂອງ​ສະ​ຖາ​ບັນ​ຂົງ​ຈື້, ການ​ສ້າງ​ເນື້ອ​ໃນ​ແລະ​ການ​ພັດ​ທະ​ນາ​ແບບ​ເອ​ກະ​ລັກ​ຂອງ​ສະ​ຖາ​ບັນ​ຂົງ​ຈື້, ການ​ສ້າງ​ຖັນ​ແຖວ​ຄູ​ອາ​ຈານ​ທ້ອງ​ຖິ່ນ ແລະ​ອື່ນໆ ເຊິ່ງກອງ​ປະ​ຊຸມ​ໄດ້​ເ​ຊີນ​ຊ່ຽວ​ຊານ​ທີ່​ມີ​ຊື່​ສຽງ​ຈາກ​ຈີນ, ໄທ, ຕວກ​ກີ, ປາ​ກິ​ສະ​ຖານ​ເປັນ​ຕົ້ນ​ຈັດກອງ​ປະ​ຊຸມເວ​ທີ​ປຶກ​ສາ​ຫາ​ລື​ຊ່ຽວ​ຊານ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຮ່ວມ​ກັນ​ຄົ້ນ​ຄວ້າ​ໂອ​ກາດ​ແລະ​ສິ່ງ​ທ້າ​ທາຍ​ຕໍ່​ສະ​ຖາ​ບັນ​ຂົງ​ຈື້​ທີ່​ໄດ້​ມາ​ຈາກ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເຊື່ອມ​ຕໍ່​ກັບ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ປະ​ເທດ ເພື່ອ​​ໃຫ້​ສະ​ຖາ​ບັນ​ຂົງ​ຈື້​ປະ​ກອບ​ຄຳ​ເຫັນຕໍ່ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ເຫຼົ່າ​ນີ້​ໄດ້​ດີກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ