ຈີນ-ມຽນ​ມາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປ້ອງ​ກັນ​ພະ​ຍາດ​ໄຂ້​ຍຸງ
2017-09-11 16:23:13  cri 
    ກອງ​ປະ​ຊຸມ​ສຳ​ມະ​ນາ​ລົບ​ລ້າງ​ພະ​ຍາດ​ໄຂ້​ຍຸງ​ຊາຍ​ແດນ​ຈີນ-ມຽນ​ມາ​ຄັ້ງ​ທີ 3 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ເນ​ປີ​ດໍ​ປະ​ເທດມຽນ​ມາ​ແຕ່​ວັນ​ທີ 6-8 ກັນ​ຍານີ້ ໂດຍສອງ​ຝ່າຍ​ໄດ້​ປັບ​ປຸງ​ແຜນ​ການ​​ດັບ​ສູນ​ພະ​ຍາດ​ໄຂ້​ຍຸງ​ຢູ່​ເຂດ​ຊາຍ​ແດນ​ສອງ​ປະ​ເທດ​ຕື່ມ​ອີກ ແລະ​ວາງ​ແຜນ​ການ​ປະ​ຕິ​ບັດ​ຕົວ​ຈິງ.

    ຮອງ​ຫົວ​ໜ້າ​ກົມ​ສາ​ທາ​ລະ​ນະ​ສຸກ​ມຽນ​ມາ​ກ່າວ​ໃນ​ກອງ​ປະ​ຊຸມ​ວ່າ, ຫວັງ​​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ການປ້ອ​ງ​ກັນ​ແລະ​ປິ່ນ​ປົວ​ຜູ້​ຕິດພະ​ຍາດ​ໄຂ້​​ຍຸງ​ຢູ່​ເຂດ​ຊາຍ​ແດນ​ຕື່ມ​ອີກ.

    ນອກນີ້, ຜູ້​ຕາງ​ໜ້າ​ສອງ​ປະ​ເທດ​ຍັງ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ ໂດຍ​​ການ​ປັບ​ປຸງ "ແຜນ​ການ​ດັບ​ສູນ​ພະ​ຍາດ​ພະ​ຍາດ​ໄຂ້​ຍຸງ​ຢູ່​ເຂດ​ຊາຍ​ແດນ​ຈີນ-ມຽນ​ມາແຕ່​ສົກ​ປີ 2016-2030" ທັງ​ໄດ້​ວາງ "ແຜນ​ການ​ດັບ​ສູນ​ພະ​ຍາດ​ໄຂ້​ຍຸງ​ຢູ່​ເຂດ​ຊາຍ​ແດນ​ຈີນ-ມຽນ​ມາ ໃນ​ສົກ​ປີ 2018-2019".

    ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ຜູ້​ຕາງ​ໜ້າສະ​ຖານ​ທູດ​ຈີນ​ປະ​ຈຳ​ມຽນ​ມາ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ແລະ​ກິ​ລາ​ມຽນ​ມາ, ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແລະ​ວາງ​ແຜນ​ຄອບ​ຄົວ​ແຫ່ງ​ລັດ​ຈີນ ແລະ​ອື່ນໆ ໄດ້​ເຂົ້າຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ