ຮົງ​ກົງ​ຈີນ​ແລະ​ອາ​ຊຽນ​ສຳ​ເລັດ​ການ​ເຈ​ລະ​ຈາ​ການ​ຄ້າ​ເສ​ລີ
2017-09-11 16:26:38  cri 
    ພະ​ແນກ​ຖະ​ແຫຼງ​ຂ່າວ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ ສ​ປ ຈີນ​ແຈ້ງ​ໃຫ້​ຊາບ​ໃນ​ວັນ​ທີ 9 ກັນ​ຍານີ້​ວ່າ, ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ​ແລະ​ສັນ​ຍາ​ການ​ລົງ​ທຶນ​ທີ່​ກ່ຽວ​ຂ້ອງ​ກັບ​ອາ​ຊຽນ​ໃນ​ວັນ​ທີ 9 ກັນ​ຍານີ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ໜ້າ​ເພິ່ງ​ພໍ​ໃຈ ໂດຍ​ສອງ​ຝ່າຍ​ໄດ້​ປະ​ກາດ​ຜົນ​ດັ່ງ​ກ່າວ​ໃນ​ກອງ​ປ​ະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ການ​ຄ້າ​ຮົງ​ກົງ​ຈີນ-ອາ​ຊຽນ​ຄັ້ງ​ທີ 2.

    ເຈົ້າ​ໜ້າ​ທີ່​ພະ​ແນກ​ຖະ​ແຫຼງ​ຂ່າວ​ອົງ​ການ​ປົກ​ຄອງ​ຮົງ​ກົງ​ກ່າວ​ວ່າ, ສັນ​ຍາ​ການ​ຄ້າ​ເສ​ລີ​ແລະ​ສັນ​ຍາ​ການ​ລົງ​ທຶນ ຈະ​​ສ້າງງ​ເງື່ອນ​ໄຂໃຫ້​ຮົງ​ກົງ​ເຂົ້າ​ສູ່​ຕະຫຼາດ​ອາ​ຊຽນ​​ໄດ້ຫຼາຍກວ່າ​ເກົ່າ​ແລະ​ດີກວ່າ​ເກົ່າ ທັງ​ຈະສ້າງ​ໂອ​ກາດ​ການ​ຄ້າ​ໃໝ່​ໃຫ້​ນັກ​ທຸ​ລະ​ກິດ ທັງຈະ​ຊ່ວຍ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ລະ​ຫວ່າງ​ຮົງ​ກົງ​ກັບ​ອາ​ຊຽນ​ໃນ​ດ້ານ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຕື່ມ​ອີກ ແລ້ວ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ເສດ​ຖະ​ກິດ​ຮົງ​ກົງ.

    ການ​ເຈ​ລະ​ຈາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ຮົງ​ກົງ​ຈີນ​ກັບ​ອາ​ຊຽນ​ໄດ້​ດຳ​ເນີນ​ແຕ່​ເດືອນ​ກໍ​ລະ​ກົດ​ປີ 2014 ແລະ​ຈະ​ເຊັນ​ສັນ​ຍາ​ໃນ​ເດືອນ​ພະ​ຈິກ​ປີນີ້ ທັງ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ຫຼັງ​ສຳ​ເລັດ​ຂັ້ນ​ຕອນ​ທີ່​ຈຳ​ເປັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ