ການ​ແຂ່ງ​ຂັນ​ນັກ​ຮົບ Spartan ຈັດ​ຂຶ້ນ​ຢູ່​ຊິ່ງ​ຕາວ​ເປັນ​ຄັ້ງ​ທຳ​ອິດ
2017-09-11 16:35:27  cri 



    ການ​ແຂ່ງ​ຂັນ​ນັກ​ຮົບ Spartan 2017 ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຊິ່ງ​ຕາວແຂວງ​ຊ່ານ​ຕຸ່ງ​ ສ​ປ ຈີນ​ໃນ​ວັນ​ທີ 10 ກັນ​ຍານີ້ ໂດຍ​ນັກ​ຮົບ Spartan 4000 ຄົນ​ຈາ​ກ​ແຫ່ງ​ຕ່າງໆ​ທົ່ວ​ໂລກ​ໄດ້​ແຂ່ງ​ຂັນ​ໃນ 22 ລາຍ​ການ​ອຸ​ປະ​ສັກ.

    ການ​ແຂ່ງ​ຂັນ​ນັກ​ຮົບ Spartan ແມ່ນ​ການ​ແຂ່ງ​ຂັນ​ແລ່ນ​ຂ້າມ​ອຸ​ປະ​ສັກ​ທີ່​ນິ​ຍົມ​ໃນ​ທົ່ວ​ໂລກ ເຊິ່ງ​ເລີ່ມ​ຈັດ​ຂຶ້ນ​ໃນ​ປີ 2005 ແລະ​ທຸກ​ປີ​ໄດ້​ແຂ່ງ​ຂັນ 180 ກວ່າ​ເທື່ອ​ໃນ 25 ປະ​ເທດ. ປີ 2016, ການ​ແຂ່ງ​ຂັນ​ດັ່ງ​ກ່າວ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ແລະ​ນະ​ຄອນ​ຊຽງ​ໄຮ​ຂອງ​ຈີນ ແລະ​ປີນີ້ ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຊິ່ງ​ຕາວ​ເປັນ​ຄັ້ງ​ທຳ​ອິດ ໂດຍການ​ແຂ່ງ​ຂັນ​ແລ່ນ​ໄວ​ບົນ​ລານ​ແລ່ນ​ຍາວ​ປະ​ມານ 6,5 ກິ​ໂລ​ແມັດ ໂດຍ​ໄດ້​ຕັ້ງ​​ສິ່ງ​ກີດ​ຂວ​າງ 21 ລາຍ​ການ​ແຂ່ງ​ຂັນ ພ້ອມ​ດ້ວຍ "ເຊືອກ​ໃຫຍ່​ໃນເກມ​ວົງ​ກົດ" ເຊິ່ງ​ເປັນ​ອຸ​ປະ​ສັກ​ໃໝ່ຫຼ້າ​ສຸດ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ