ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ຢ້ຽມ​ຢາມ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອຸ​ຍ​ເກີຊິ່ນ​ຈ່ຽ​ງ​
2017-09-12 17:01:29  cri 
ໜັງ​ສື​ພິມ​ເສດ​ຖະ​ກິດ​ລາຍ​ວັນ​ຈີນ​ລາຍ​ງານຮູ້​ວ່າ: ອາ​ທິດ​ຜ່ານ​ມາ, ທ່ານ ຕາ​ເຄ​ຮີ​ໂຄ ນາ​​ຄາ​ໂອະ ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​(ADB)ໄດ້​ຢ້ຽມ​ຢາມ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອຸຍ​ເກີ​ຊິ່ນ​ຈ່ຽງ​ຈີນ ແລະ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສ້າງ​ຕັ້ງ​ສະ​ຖາ​ບັນ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ກາງ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ອູ​ຣຸມ​ຊີ​ເຂດ​ດັ່ງ​ກ່າວ​ລວມ​ທັງ​ຕິດ​ຕາມກວດ​ກາ​ໂຄງ​ການ​ປັບ​ປຸງ​ລະ​ບົບ​ຄົມ​ມະ​ນາ​ຄົມ​ແລະ​ສິ່ງ​ແວດ​ລ້ອມ​ເມືອງ​ຖູ​ຫຼູ​ຟານ.

ນອກ​ນີ້,ທ່ານ ຕາ​ເຄ​ຮີ​ໂຄ ນາ​ຄາໂອະ ຍັງ​ໄດ້​​ຢ້ຽມ​ຢາມປະ​ຊາ​ຊົນ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ໂຄງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ເພດ​ຍິງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຖູ​ຫຼູ​ຟານ​ທີ່​ເຊື່ອມ​ເຂົ້າ​ກັບ​ໂຄງ​ການ​ປັບ​ປຸງ​ລະ​ບົບ​ຄົມ​ມະ​ນາ​ຄົມ​ແລະ​ສິ່ງ​ແວ​ດ​ລ້ອມ​ຕົວ​ເມືອງ​ເຂດ​ຊິ່ນ​ຈ່ຽງ​ທີ່ ADB ສະ​ໜອງ​ທຶນ​ຕື່ມ​ອີກ.

ຂ່າວ​ແຈ້ງວ່າ: ປີ 2009, ADB​ ໄດ້​ສະ​ໜອງທຶນ​ຊ່ວຍ​ເຫຼືອ​ທີ່​ມີ​ມູນ​ຄ່າ​​ປະ​ມານ 100 ລ້ານ​ໂດ​ລາ​ສະ​ຫະ​ລັດ​ໃຫ້ແກ່​ໂຄງ​ການ​ດັ່ງ​ກ່າວ ໂດຍ​ເນັ້ນ​ໃນ​ການ​ກໍ່ສ້າງ​​ແລະ​ຍົກ​ລະ​ດັບ​ຖະ​ໜົນ,ຂົວ,​ຫ້ອງ​ນ້ຳ​ສາ​ທາ​ລະ​ນະ​ແລະ​ລະ​ບົບ​ອະ​ນາ​ໄມ​ສິ່ງ​ແວດ​ລ້ອມອື່ນໆ ເພື່ອ​ປັບ​ປຸງ​ສິ່ງ​ແວດ​ລ້ອມ​ສາ​ທາ​ລະ​ນະ​ສຸກ​ໃນ​ຕົວເມືອງ, ​ສະ​ຖາ​ນີ​ແລະ​ອຸ​ປະ​ກອນ​ຄຸ້ມ​ຄອງ​ສິ່ງ​ເສດ​ເຫຼືອປະ​ເພດ​ແຂງ​ໃຫ້​ດີ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ