ອະ​ດີດ​ຜູ້​ນຳ​ສູງ​ສຸດ​ມາ​ເລ​ເຊຍ​ເຖິງ​ແກ່​ກຳ
2017-09-12 16:35:15  cri 
ຫ້ອງ​ການ​ວຽກ​ງານ​ລັດ​ເກດາ​ປະ​ເທດມາ​ເລ​ເຊຍ​ເປີດ​ເຜີຍ​ໃນ​ວັນ​ທີ 11 ກັນ​ຍາ​ນີ້​ວ່າ, ທ່າ​ນ​ອາບ​ດຸນ ຮາ​ລິມ ມຸ​ອາ​ຈ​າມ ຊາ ອະ​ດີດ​ຜູ້​ນຳ​ສູງ​ສຸດມາ​ເລ​ເຊຍ, ຊຸນ​​ຕານ​ລັດ​ເກ​ດາ​ໄດ້​ເຖິງ​ແກ່​ກຳ​​ແລ້ວໃນ​ຕອນ​ບ່າຍ​ມື້​ດັ່ງ​ກ່າວ, ​ລວມອາ​ຍຸ 89 ປີ.

ທ່ານ​ຮາ​ລິມ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງ​ຜູ້​ນຳ​ສູງ​ສຸດມາ​ເລ​ເຊຍ​ຊຸດ​ທີ 14 ໃນ​ເດືອນ​ທັນ​ວາ​ປີ 2016, ​ແລະ​ເປັນ​ພຽງຄົນ​ດຽວ​ຂອງມາ​ເລ​ເຊຍ​ທີ່​ໄດ້​ດຳ​ລົງ​ຕຳ​ແໜ່ງ​ດັ່ງ​ກ່າວ​ສອງ​​ສະ​ໄໝ.

ປີ 1974, ໃນ​ໄລ​ຍະທ່ານ​ຮາ​ລິ​ມດຳ​ລົງ​ຕຳ​ແໜ່ງ​ເປັນ​ຜູ້​ນຳ​ສູງ​ສຸດມາ​ເລ​ເຊຍ​ຊຸດ​ທີ 5, ມາ​ເລ​ເຊຍ​ແລະ​ຈີນ​ໄດ້​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ, ປີ 2014 ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງວັນສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດມາ​ເລ​ເຊຍ-ຈີນ​ຄົບ​ຮອບ 40 ປີ, ທ່ານ​​ໄດ້​ເດີນ​ທາ​ງ​ມາ​ຢ້ຽມ​ຢາມ​ຈີນ​ອີກ​ເທື່ອ​ໜຶ່ງ.

ຫຼັງ​ທ່ານ​ຮ​າ​ລິມ​ເຖິງ​ແກ່​ກຳ​ແລ້ວ, ທ່ານ​ນາ​ຈິບ ນາ​ຍົກ​ລັດ​ຖະ​ມົນ​ຕີມາ​ເລ​ເຊຍ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ໂດຍ​ຕາງ​ໜ້າ​ລັດ​ຖະ​ບານ​ແລະ​ໃນ​ນາມ​ສ່ວນ​ຕົວ​ກ່າວ​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈຢູ່​ສື່​ສັງ​ຄົມ​ອອນ​ລາຍ. ທ່ານ​ນາ​ຈິບ​ກ່າວ​ວ່າ, ໃນ​ໄລ​ຍະ​ທ່ານ​ຮາ​ລິມ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຜູ້​ນຳ​ສູງ​ສຸດ​ແລະ​ຊຸນ​​ຕານ​ລັດ​ເກ​ດາ, ໄດ້​ຮັບ​​ຄວາມເຄົາ​ລົບ​ນັບ​ຖື​ຈາກ​ປະ​ຊາ​ຊົນ, ທ່ານ​ໃກ້​ຊິດ​ກັບ​ປະ​ຊາ​ຊົນ, ມີ​ຄວາມ​ເມດ​ຕາ, ​ແລະ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ປະ​ຊາ​ຊົນ​ທີ່​ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ