ເກີດ​ເຫດ​ຈະ​ລາ​ຈົນ​ຢູ່​ມຽນ​ມາ
2017-09-12 10:44:48  cri 
ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ມຽນ​ມາ​​ຢືນ​ຢັນ​ໃນ​ຕອນ​ຄ່ຳ​ວັນ​ທີ 10 ກັນ​ຍາ​ນີ້​ວ່າ, ​ຢູ່ແຂວງ​ມາກວາຍ ທາງ​ພາກ​ກາງ​ຂອງ​ປະ​ເທດ​ຕົນໄດ້​ເກີດ​ເຫດ​​ຈະ​ລາ​ຈົນ ເຊິ່ງ​ໄດ້​ທຳ​ລາຍ​ເຮືອນ​ປະ​ຊາ​ຊົນ​ແລະ​ຮ້ານ​ຄ້າ ແລະ​ຈາກ​ນັ້ນເຈົ້າ​ໜ້າ​ທີ່​ຕຳຫຼວດ​​ກໍໄປ​ເຖິງ​ຈຸດ​ເກີດ​ເຫດ​ແລະ​​ໄລ່​ພວກ​ກໍ່​ເຫດ​ຈະ​ລາ​ຈົນ.

ເຈົ້າ​ໜ້າ​ທີ່​ຄະ​ນະ​ກຳ​ມະ​ການ​ຖະ​ແຫຼງ​ຂ່າວ​ທຳ​ນຽບ​ທີ່​ປຶກ​ສາ​​ແຫ່ງ​ລັດມຽນ​ມາ​​ໄດ້ອອກ​ແຈ້ງ​ການ​ໃນ​ຕອນ​ຄ່ຳ​ວັນ​ທີ 10 ກັນ​ຍາ​ນີ້​ວ່າ, ຕອນ​ຄ່ຳ​ມື້​​ດັ່ງ​ກ່າວ, ​ກຸ່ມ​ບໍ່​ຫວັງ​ດີປະ​ມານ 50 ຄົນ​ໄດ້​ຖື​ໄມ້​ຄ້ອນ, ມີດ ​ເຂົ້າ​ເຮືອນ​​ປະ​ຊາ​ຊົນ​ແລະ​ຮ້ານ​ຄ້າ​ຢູ່​ເຂດ​ໜຶ່ງ​ຂອງ​ແຂວງ​ມາກວາຍ ແລະ​ຫຼັງເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄດ້​ຮັບ​ຂ່າວ​ແລ້ວ​​ກໍ​ໄດ້ໄປ​ເຖິງ​ສະ​ຖານ​ທີ່​ເກີດ​ເຫດ​​ແລະ​ປະ​ເຊີນ​ໜ້າ​ກັບ​​ກຸ່ມ​ກໍ່​ເຫດ, ​ຂະ​ນະ​ນັ້ນ, ກໍ​ມີ​ກຸ່ມ​ບໍ່​ຫວັງ​ດີອີກ​ກຸ່ມ​ໜຶ່ງ​ທີ່​​ຖື​ກ້ອນ​ຫີນ​​ໄດ້​ເຂົ້າ​ມາ​ເຖິງ​​ຈຸດ​ເກີດ​ເຫດ. ​ເມື່ອເຈົ້າ​ໜ້າ​ທີ່​ຕຳຫຼວດ​ກ່າວ​ຕັກ​ເຕືອນ​ແລ້ວ​ບໍ່​ໄດ້​ຜົນ ​ຈິ່ງ​ໄດ້​ໃຊ້​ໂລ້​ກຳ​ບັງ​ຂັບ​ໄລ່​ກຸ່ມ​ດັ່ງ​ກ່າວ.

ຕອນ​ຄ່ຳ​ມື້​ດຽວ​ກັນ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​​ແຂວງ​ດັ່ງ​ກ່າວ​ເປີດ​ເຜີຍ​ວ່າ, ເຂດ​ດັ່ງ​ກ່າວ​ໄດ້​​ກັບ​ຄືນ​ສູ່ຄວາມ​ສະ​ຫງົບ​ແລ້ວ ແລະພວມ​ຊອກ​ຈັບ​ຫົວ​ໂປ່​ຜູ້​ກໍ່​ເຫດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ