ສ​ະ​ຫະ​ພັນ​ໄອ​ຍະ​ການ​ສາ​ກົນໄຂ​ກອງ​ປ​ະ​ຊຸມ​ປະ​ຈຳ​ປີ​​ຢູ່​ປັກ​ກິ່ງ
2017-09-12 16:25:35  cri 
    ກອງ​ປະ​ຊຸມ​ປ​ະ​ຈຳ​ປີ​ຄັ້ງ​ທີ 22 ຂອງ​ສະ​ຫະ​ພັນ​ໄອ​ຍະ​ການ​ສາ​ກົນ ແລະ​ກອງ​ປະ​ຊຸມ​ຜູ້​ແທນ​ສະ​ມາ​ຊິກ ທີ່​ຈະ​ດຳ​ເນີນ​ເປັນ​ເວ​ລາ 4 ມື້ນັ້ນ ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 11 ກັນ​ຍານີ້ ໂດຍ​ຜູ້​ຕາງ​ໜ້າຫຼາຍກວ່າ 500 ທ່ານ​ຈາກ 98 ປະ​ເທດ​ແລະ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ ເພື່ອ​ແລກ​ປ່ຽນ​ຖອດ​ຖອນ​ບົດ​ຮຽນ ແລະ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ດ້ານ​ຕຸ​ລາ​ການ ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້ "ໄອ​ຍະ​ການ​​ຮັບ​ໃຊ້​ທົ່ວ​ໄປ".

    ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ສົ່ງ​ຈົດ​ໝາຍອວຍ​ພອນກອງ​ປະ​ຊຸມ, ຂະ​ນະ​ທີ່​ທ່ານ​ ຈ່າງ​ເຕີ​ຈ່ຽງ ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປ​ະ​ຊຸມ​ແລະ​ກ່າວ​ປາ​ໄສວ່າ, ຜູ້​ຕາງ​ໜ້າ​ຂອງ​ປະ​ເທດ​ຕ່າງໆ​ຈະ​ອີງ​ຕາມຫຼັກ​ການ​ທີ່​ປຶກ​ສາ​ຫາ​ລື​ຢ່າງ​ສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຕິດ​ແທດ​ຕົວ​ຈິງ ແລະ​ປະ​ດິດ​ສ້າງ​ໃໝ່, ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື, ຮ່ວມ​ກັນ​ສ້າງ​ສະ​ພາບ​ແວດ​ລ້ອມ​ກົດ​ໝາຍ​ທີ່​ເປັນ​ລະ​ບຽບ​ແບບ​ແຜນ​ແລະ​ຮຽບ​ຮ້ອຍ, ​ບໍ​ລິ​ການ​ແລະ​ຮັບ​ປະ​ກັນ​ດ້ານ​ຕຸ​ລາ​ການ​ຢ່າງ​ແຂງ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາປະ​ເທດ​ຕ່າງໆ​ພ້ອມ​ກັນ​.

    ໃນ 3 ມື້​ຕໍ່​ໜ້າ, ຝ່າຍ​ຕ່າງໆ​ທີ່​ຮ່ວມ​ປະ​ຊຸມ​ຍັງ​ຈະ​ປຶກ​ສາ​ຫາ​ລື​​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​ດ້ານ​ກົດ​ໝາຍ​ໃນ​ຍຸກ​​ເອ​ເລັກ​ໂຕ​ຣ​ນິກ, ການ​ກ່າວ​ຟ້ອງ​ໃນຍຸກ​​ເອ​ເລັກ​ໂຕ​ຣ​ນິກ, ການ​ຮັບ​ໃຊ້​ທົ່ວ​ໄປ, ຄວາມ​ປອດ​ໃສ​ຂາວ​ສະ​ອາດ, ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ ແລະ​ເນື້ອ​ໃນ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ