ທ່ານ ເກີງສວງ ໂຄສົກກະຊວງການຕ່າງປະເທດຈີນປະກາດໃນວັນທີ 11 ກັນຍານີ້ວ່າ, ໃນໂອກາດທີ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 72 ຈະໄຂຂຶ້ນຢູ່ສຳນັກງານໃຫຍ່ໃນນິວຢອກໃນວັນທີ 12 ກັນຍານີ້ ແລະຈະອະພິປາຍທົ່ວໄປແຕ່ວັນທີ 19 ເປັນຕົ້ນໄປ, ທ່ານ ວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ຈະນຳພາຄະນະຜູ້ແທນເຂົ້າຮ່ວມການອະພິປາຍທົ່ວໄປ ເພື່ອຍົກໃຫ້ເຫັນຫຼັກໝັ້ນແລະຄວາມເຫັນຂອງຈີນຕໍ່ສະຖານະການສາກົນ, ບັນຫາສຳຄັນໃນສາກົນແລະພາກພື້ນໃນປັດຈຸບັນ ແລະສະແດງຄວາມຕັດສິນໃຈຢ່າງເດັດດ່ຽວທີ່ຈີນຍິນດີຮ່ວມກັບປະເທດສະມາຊິກອົງການສະຫະປະຊາຊາດປົກປັກຮັກສາສັນຕິພາບແລະສະຖຽນລະພາບ, ຊຸກຍູ້ການພັດທະນາແລະຄວາມຈະເລີນຮຸ່ງເຮືອງຂອງໂລກ.
ທ່ານ ເກີງສວງ ກ່າວຕື່ມວ່າ, ກ່ອນຈະເຂົ້າຮ່ວມການອະພິປາຍທົ່ວໄປ, ທ່ານ ວາງຢີ້ ຈະຢ້ຽມຢາມໂກສຕາລີກາແລະປານາມາຢ່າງເປັນທາງການຕາມຄຳເຊີນຂອງທ່ານ ມານູແອນ ກົງຊາເລັສ ລັດຖະມົນຕີກະຊວງການຕ່າງປະເທດໂກສຕາລີກາ ແລະ ທ່ານ ອີຊາແບວ ເດີ ແຊງມາໂລ ເດີ ອັນວາຣາໂດ ຮອງປະທານາທິບໍດີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດປານາມາ ໂດຍສອງຝ່າຍຈະແລກປ່ຽນຄວາມຄິດເຫັນກ່ຽວກັບສາຍພົວພັນສອງຝ່າຍແລະບັນຫາທີ່ສົນໃຈຮ່ວມກັນ.