16 ປະ​ເທດສະ​ມາ​ຊິກ RCEP ຈະ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ໂດຍ​ໄວ
2017-09-12 16:31:08  cri 
    ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ການ​ຄ້າ​ຂອງ 16 ປະ​ເທດ​ສະ​ມາ​ຊິກສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ຢູ່​ພາກ​ພື້ນ ຫຼື RCEP ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ຜ່ານ​ສື່ມວນ​ຊົນ​ວ່າ, ຈະ​ຂຸ້ນ​ຂ້ຽວ​ເຮັດ​ວຽກ ເພື່ອ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ໂດ​ຍ​ໄວ.

     ໃນ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 5 ຂອງ RCEP ທີ່​ຈັດ​ຂຶ້ນ​ຢູ່​ຟິ​ລິບ​ປິນ​ໃນ​ວັນ​ທີ 10 ກັນ​ຍານີ້, ບັນ​ດາ​ລັດ​ຖະ​ມົນ​ຕີ​ຂອງ 16 ປະ​ເທດ​ສະ​ມາ​ຊິກ​ໄດ້​ຢ້ຳ​ເຖິງ​ຖະ​ແຫຼງ​ການ​ຮ່າ​ໂນ້ຍ ຄື ພະ​ຍາ​ຍາມ​ສຸດ​ຂີດ​ເພື່ອ​ຊຸກ​ຍູ້ RCEP ໃຫ້​ໄດ້​ຮັບ​ໝາກ​ຜົນ​ທີ່​ສຳ​ຄັນ​ກ່ອນ​ທ້າຍ​ປີນີ້ ເພື່ອ​ເຮັດ​ໃຫ້​ການ​ເຈ​ລະ​ຈາ​ປະ​ສົບຜົນ​ສຳ​ເລັດ​ອີກ​ກ້າວ​ໜຶ່ງ.

    ບັນ​ດາ​ລັດ​ຖະ​ມົນ​ຕີ​ເນັ້ນ​ວ່າ, ປະ​ເທດ​ສະ​ມາ​ຊິກ​ຄວນ​ສືບ​ຕໍ່​ຕໍ່​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ແລະ​ສ້າງ​ສັນ, ປັບ​ປຸງ​ເງື່ອນ​ໄຂ​ໃນ​ການ​ອະ​ນຸ​ມັດ​ເຂົ້າ​ຕະຫຼາດ, ເພີ່ມ​ທະ​ວີ​ກົດ​ລະ​ບຽບ​ທີ່​ເຮັດ​ໃຫ້​ການ​ຄ້າ​ສະ​ດວກກວ່າ​ເກົ່າ ເພື່ອ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ມະ​ຫາ​ສານ​ຂອງ RCEP. ຂະ​ນະ​ດຽວ​ກັນ​ກໍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​, ຝ່າຍ​ທີ່​ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ຈະ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຢ່າງ​ຕັ້ງ​ໜ້າ ເພື່ອ​ຮັບ​ປະ​ກັນ​ເຮັດ​ໃຫ້​​ຜົນ​ການ​ເຈ​ລ​ະ​ຈາ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ທຸກໆ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ