ຈະ​ໄຂ​ງານ​ວາງ​ສະ​ແດງ​ວັງ​ບູ​ຮານຂະ​ໜາດ​ໃຫຍ່​
2017-09-12 16:36:02  cri 



    ວັນ​ທີ 11 ກັນ​ຍານີ້, ເຈົ້າ​ໜ້າ​ທີ່​ຫໍ​ພິ​ພິດ​ທະ​ພັນ​ວັງ​ບູ​ຮານ ໄດ້​ຈັດ​ວາງ "ພາບ​ແຜ່ນ​ດິນກວ້າງ​ໃຫຍ່" ໃສ່​ຕູ້​ວາງ​ສະ​ແດງ.

    ງານ​ວາງ​ສະ​ແດງ​ຮູບ​ແຕ້ມ​ພູ​ຜາ​ແມ່​ນ້ຳ​ທຸກ​ສະ​ໄໝ "ແຜ່ນ​ດິນກວ້າງ​ໃຫຍ່" ​ເປັນ​ງານ​ວາງ​ສະ​ແດງ​ຂະ​ໜາດ​ໃຫຍ່​ປະ​ຈຳ​ປີນີ້​ຂອງ​ຫໍ​ພິ​ພິດ​ທະ​ພັນ​ພະ​ລາ​ຊະ​ວັງ​ບູ​ຮານປັກ​ກິ່ງ ໂດຍຈະ​ຈັດ​ຂຶ້ນ​ຢູ່​ປະ​ຕູ​​ອູ​ເມິນ ແລະ ຫໍ​ຢ້ຽມ​ຊື້​ຕາ​ເວັນ​ອອກ​ຕາ​ເວັນ​ຕົກ. ງາ​ນ​ວາງ​ສະ​ແດງ​ຄັ້ງ​ນີ້ ​ເນັ້ນ "ພາບ​ແຜ່ນ​ດິນກວ້າງ​ໃຫຍ່" ທີ່​ແຕ້ມ​ໂດຍ ວາງ​ຊີ່​ເມີ້ງ ຂອງ​ລາ​ຊະ​ວົງ​ຊົ້ງ​ເໜືອ​ເປັນ​ຫຼັກ ແລະ​ປະ​ກອບ​ມີ​ຮູບ​ແຕ້ມ​ພູ​ຜາ​ແມ່​ນ້ຳ​ໃນ​ທຸກ​ສະ​ໄໝ​ຂອງ​ຈີນ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ພັດ​ທະ​ນາຮູບ​ແຕ້ມ​ພູ​ພາ​ແມ່​ນ້ຳ. ຂ່າວ​ແຈ້ງວ່າ, ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ຈະ​ຈັດ​ຂຶ້ນ​​ເປັນ​ 2 ໄລ​ຍະ ໂດຍ​ຈະ​ວາງ​ສະ​ແດງວັດ​ຖຸ​ບູ​ຮານ 86 ອັນ/ຊຸດ ແລະ​ວັນ​ທີ 30 ຕຸ​ລາ ຈະ​ປ່ຽນ​ເນື້ອ​ໃນ​ການວາງ​ສະ​ແດງ​ໄລ​ຍະ 2 ​ໂດຍ​ຈະ​ສິ້ນ​ສຸດໃນ​ວັນ​ທີ 14 ທັນ​ວາ​ປີນີ້.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ