ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ​ຈີນ​ຈະ​ຢ້ຽມ​ຢາມ​ໂກ​ສຕາ​ລີ​ກາ​ແລະ​​ປາ​ນາມາ
2017-09-12 17:32:25  cri 
    ທ່ານ ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ປະ​ກາດ​ໃນ​ວັນ​ທີ 11 ກັນ​ຍານີ້​ວ່າ, ​ໃນ​ໂອ​ກາດ​ທີ່ກອງ​ປ​ະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 72 ຈະ​ໄຂ​ຂຶ້ນ​ຢູ່​ສຳ​ນັກ​ງານ​ໃຫຍ່​​ໃນ​ນິວຢອກ​ໃນ​ວັນ​ທີ 12 ກັນ​ຍານີ້ ແລະ​ຈະ​​ອະ​ພິ​ປາຍ​ທົ່ວ​ໄປ​ແຕ່​ວັນ​ທີ 19 ເປັນ​ຕົ້ນ​ໄປ, ທ່ານ ວາງຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ຈະ​ນຳ​ພາ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ອະ​ພິ​ປາຍ​ທົ່ວ​ໄປ ເພື່ອ​ຍົກ​ໃຫ້​ເຫັນຫຼັກ​ໝັ້ນ​ແລະ​ຄວາມ​ເຫັນ​ຂອງ​ຈີນ​ຕໍ່​ສະ​ຖາ​ນະ​ການ​ສາ​ກົນ, ບັນ​ຫາ​ສຳ​ຄັນ​ໃນສາ​ກົນ​ແລະ​ພາກ​ພື້ນໃນ​ປັດ​ຈຸ​ບັນ ແລະ​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ເດັດ​ດ່ຽວ​ທີ່​ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ.

    ທ່ານ ເກີງ​ສວງ ກ່າວ​ຕື່ມ​ວ່າ, ກ່ອນ​ຈະ​ເຂົ້າ​ຮ່ວມ​ການ​ອະ​ພິ​ປາຍ​ທົ່ວ​ໄປ, ທ່ານ ວາງຢີ້ ຈະ​ຢ້ຽມ​ຢາມ​ໂກ​ສຕາ​ລີ​ກາ​ແລະ​ປາ​ນາ​ມາ​ຢ່າງ​ເປັນ​ທາງ​ການ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ມາ​ນູ​ແອນ ກົງ​ຊາ​ເລັ​ສ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໂກ​ສ​​ຕາ​ລີ​ກາ ແລະ ທ່ານ ອີ​ຊາ​ແບວ ເດີ ແຊງ​ມາ​ໂລ ເດີ ອັນ​ວາ​ຣາ​ໂດ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​​ປານາ​ມາ ໂດຍ​ສອງ​ຝ່າຍ​ຈະ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ສາຍ​ພົວ​ພັນ​ສອງ​ຝ່າຍ​ແລະ​ບັນ​ຫາ​ທີ່​ສົນ​ໃຈ​ຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ