ທາງ​ລົດ​ໄຟ​ລາວ​ຈີນ​ຄືບ​ໜ້າ​ແລ້ວ 10%
2017-09-13 11:08:08  cri 

​ໂອ​ກາດ​ກ່າວ​ປາ​ໄສ​ໃນ​ພິ​ທີ​ເປີດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​-ອາ​ຊຽນ​ແລະ​ກອງ​ປະ​ຊຸມ​ສຸດຍອດ​ທຸ​ລະ​ກິດ​ແລະ​ການ​ລົງ​ທຶນ​ຈີນ-ອາ​ຊຽນ​ຄັ້ງ​ທີ 14 ທີ່​ຈັດ​ຂຶ້ນ​ໃນວັນ​ທີ 12 ກັນ​ຍາ​ນີ້ຢູ່​ເມືອງ​ນານ​ນິງ ເທດ​ສະ​ບານ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້​ວງກວາງ​ຊີ ສ​ປ ຈີນ, ທ່ານ​ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປປ ລາວ​ກ່າວ​ວ່າ: ມາ​ຮອດ​ປັດ​ຈຸ​ບັນ,ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ​ລາວ​ໄດ້​ສຳ​ເລັດແລ້ວ 10% ແລະ​ຄາດ​ວ່າ​ຈະສຳ​ເລັດ​ໃນ​ປີ 2022.

ໂອ​ກາດນີ້, ທ່ານ​ສອນ​ໄຊ ສີ​ພັນ​ດອນ​ໄດ້​ຕີ​ລາ​ຄ​ສູງ​ຕໍ່​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ແລະ​ກອງ​ປະ​ຊຸມ​ສຸດຍອດ​ທຸ​ລະ​ກິດ​ແລະ​ການ​ລົງ​ທຶນ​ຈີນ-ອາ​ຊຽນ​​ວ່າ ນີ້​ເປັນ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຄວາມ​ສຳ​ຄັນ​ຕໍ່​ຈີນ​ແລະ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽ​ນ​ເພື່ອສົ່ງ​ເສີມ​ການ​ພົວ​ພັນທຸ​ລະ​ກິດ ແລະ​ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ແລະ​ການ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ. ແນວ​ໃດ​ກໍ​ດີ, ປະ​ເທດ​ຕົນ​ເຊື່ອໝັ້ນ​ວ່າ ຈ​າກ​ການ​ຊຸກ​ຍູ້​ຂອງ​ກົນ​ໄກ​ດັ່ງ​ກ່າວ, ອາ​ຊຽນ​ແລະ​ຈີນ​ຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ກ່ອນ​ປີ 2020 ​​ຄືສ້າງ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ເຖິງ 1000 ຕື້​ໂດ​ລາ​ສະ​ຫະລັດ​ແລະ​ມູນ​ຄ່າ​ການ​ລົງ​ທຶນ​ບັນ​ລຸ​ເຖິງ 150 ຕື້​ໂດ​ລາ​ສະ​ຫະລັດ.

ທ່ານ​ສອນ​ໄຊ ສີ​ພັນ​ດອນ​​ກ່າວ​ຕື່ມວ່າ: ປີ 2016 ຜ່ານ​ມາ, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ລາວ-ຈີນ​ບັນ​ລຸ​ເຖິງ 2 ຕື້ 340 ລ້ານ​ໂດ​ລາ​ສະ​ຫະ​ລັດ​ແລະຈີນ​ເປັນ​ຄູ່​ຄ້າ​ໃຫຍ່​ອັນ​ດັບ​ສອງ​ຂອງ​ລາວ ຂະ​ນະ​ທີ່​ການ​ລົງ​ທຶນ​ໂດຍ​ກົງ​ຢູ່​ລາວ​ກໍ​ມີ​ເຖິງ 7 ຕື້​ໂດ​ລາ​ສະ​ຫະ​ລັດ ກາຍ​ເປັນ​ປະ​ເທດ​​ລົງ​ທຶນຫຼາຍກວ່າ​ໝູ່. ຈາກ​ນີ້, ລັດ​ຖະ​ບານ​ລາວ​ສະ​ແດງ​ຄວາມ​ຂອບ​ໃຈ​ດ້ວຍ​ຄວາມ​ຈິງ​ໃຈ​ຕໍ່​ລັດ​ຖະ​ບານ​ຈີນ​ທີ່​ສະ​ໜັບ​ສະ​ໜູນ​ແລະ​ຊ່ວຍ​ເຫຼືອ​ລາວ​ໃນຫຼາຍ​ປີ​ຜ່ານ​ມາ.

ທ່ານ​ສອນ​ໄຊ ສີ​ພັນ​ດອນ​ຍັງ​ຢືນ​ຢັ​ນ​ຕື່ມ​ວ່າ: ລາວ​ໄດ້​ກຳ​ນົດ​ເອົາ​ປີ 2018 ເປັນ​ປີ​ທ່ອງ​ທ່ຽວ​ລາວ ແລະ​ຍິນ​ດີ​ຕ້ອນ​ຮັບ​ເພື່ອນ​ມິດ​ຈີນ​ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ​ເດີນ​ທາງ​ໄປທ່ຽວ​ປະ​ເທດ​ຕົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ