ຮອງ​ນາ​ຍົກ​ຈີນ​ກ່າວ:​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນເປັນ​ຂົວ​ຕໍ່​ສຳ​ຄັນ
2017-09-13 14:27:59  cri 
ພິ​ທີ​ເປີດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​-ອາ​ຊຽນ​ແລະ​ກອງ​ປະ​ຊຸມ​ສຸດຍອດ​ທຸ​ລະ​ກິດ​ແລະ​ການ​ລົງ​ທຶນ​ຈີນ-ອາ​ຊຽນ​ຄັ້ງ​ທີ 14 ​ໄດ້​ຈັດ​ຂຶ້ນ​ໃນຕອນ​ເຊົ້າວັນ​ທີ 12 ກັນ​ຍາ​ນີ້ຢູ່​ເມືອງ​ນານ​ນິງ ເທດ​ສະ​ບານ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້​ວງກວາງ​ຊີ ສ​ປ ຈີນ ໂດຍ​ທ່ານ​ຈ່າງ​ກ້າວ​ລີ້ ​ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນໄດ້​ກ່າວ​ປາ​ໄສ​ໃນ​ຫົວ​ຂໍ້​ສະ​ເພາະ ແລະ​ທ່ານ​ສົມ​ເດັດ​ຮາ​ຈີ ຮາ​ຊັນ​ນານ ປະ​ເທດ​ບ​ຣູ​ໄນ, ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ, ທ່ານ​ເຈືອງ​ຮ​ວາບິງ ​ຮອງ​ນາ​ຍົກລັດ​ຖະ​ມົນ​ຕີຫວຽດ​ນາມ​ຜູ້​ປະ​ຈຳ​ການ, ທ່ານ​ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ແລະ​ທ່ານ​ອັ​ສ​ຄານ ມາ​ມິນ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ຜູ້​ທີ​ໜຶ່ງ​ຂອງ​ກາ​ຊັກ​ສະ​ຖານ​ຕ່າງ​ກໍ​ໄດ້​ກ່າວ​ປາ​ໄສ​ໃນ​ພິ​ທີ​ດັ່ງ​ກ່າວ.

ທ່ານ​ຈ່າງ​ກ່າວ​ລີ້​ຊີ້​ໃຫ້​ເຫັນ​ວ່າ: ຈີນ​ເສີມ​ຂະ​ຫຍາຍ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ກັບ​ອາ​ຊຽນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ. ​ທັງ​ນີ້ງານ​ວາງ​ສະ​ແດງ​ສິ​ນ​ຄ້າ​ຈີນ-ອາ​ຊຽນ, ກອງ​ປະ​ຊຸມ​ສຸດຍອດ​ທຸ​ລະ​ກິດ​ແລະ​ການ​ລົງ​ທຶນ​ຈີນ-ອາ​ຊຽນ​ໄດ້​ກາຍ​ເປັນ​ຂົວ​ຕໍ່​ອັນ​ສຳ​ຄັນ​ສຳ​ລັບ​ຈີນ​ແລະ​ປະ​ເທດ​ໃນ​ອາ​ຊຽນ​​ໃນ​ການເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ເປັນ​ເວ​ທີ​ສຳ​ຄັນ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ, ເປັນ​ຂົວ​ຕໍ່​ສຳ​ຄັນ​ເພື່ອ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ແລະຫວັງ​ວ່າ​ໃນ​ທ່າມ​ກາງ​ກະ​ແສ​ຍຸກ​ສະ​ໄໝ​ແຫ່ງ​ການ​ຮ່ວມ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ",ບັນ​ດາ​ຝ່າຍ​ຈະ​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ, ສ້​າງ​ໂອ​ກາດ​ການ​ຄ້າ ​ແລະ​ໄດ້​ຮັບ​ຜົນ​ສຳ​ເລັດຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ