ແຂ່ງ​ຂັນ​ຊົນ​ແກະ​ຢູ່ເມືອງ​ລຽວ​ເສິງ​ແຂວງ​ຊ່ານ​ຕຸ່ງ​
2017-09-13 16:46:09  cri 

ຕາ​ແສງ​ລີ​ຖາຍ​ເມືອງ​ຢາ​ງ​ກູ​ແຂວງ​ຊ່ານ​ຕຸ່ງ ສ​ປ ຈີນ​ໄດ້​ແຂ່ງ​ຂັນ​ການ​ຊົນ​ແກະຄັ້ງ​ທີ  16 ​ ໃນ​ວັນທີ 12 ກັນ​ຍາ​ນີ້​ຢູ່​ເດີ່ນ​ວັດ​ທະ​ນະ​ທຳບ້ານ​ຊື​ລຽນ​ເມືອງ​ດັ່ງ​ກ່າວ​ໂດຍ​ຊາວ​ລ້ຽງ​ແກະໄດ້​ນຳ​ເອົາ​ແກະ 200 ກວ່າ​ໂຕ​ມາ​ຮ່ວມ​ແຂ່ງ​ຂັນ​ແລະ​ມີ​ຜູ້​ຊົມ​ເຖິງ 2000 ກວ່າ​ຄົນ. ການ​ແຂ່ງ​ຂັນ​ໄດ້​ກຳ​ນົດ​ລາງວັນ​ຕ່າງໆ​ເຊັ່ນ​ຊະ​ນະ​ເລີດ,ຮອງ​ຊະ​ນະ​ເລີດ​ແລະ​ອື່ນໆ​ຕາມ​ລະ​ດັບ​ຂອງອາ​ຍຸ​ແກະ. ​ທັງ​ນີ້ໃນ​ປາງ​ບຸນ​ປະ​ເພ​ນີ​ສຳ​ຄັນ​ແລະ​ກິດ​ຈະ​ກຳ​ສຳ​ຄັນ​​ຂອງ​ຊາດ​ທຸກ​ປີ, ເມືອງ​ຢາງ​ກູ​ກໍ​ຈະ​ຈັດ​ການ​ແຂ່ງ​ຂັນ​ຊົນ​ແກະ​ຢ່າງ​ຍິ່ງ​ໃຫຍ່. ແນວ​ໃດ​ກໍ​ດີ, ການ​ແຂ່ງ​ຂັນ​ຊົນ​ແກະ​ບໍ່​ພຽງ​ແຕ່​ສ້າງ​ຄວາມ​ມ່ວນ​ຊື່ນ​ເທົ່າ​ນັ້ນ, ຍັງ​ເປັນ​ເວ​ທີ ​ສຳ​ລັບ​ການ​ແລກ​ປ່ຽນ, ​ການວາງ​ສະ​ແດງ​ແລະ​ໂຄ​ສະ​ນາ​ພັນ​ແກະ​ດີ​ອີກ​ດ້ວຍ ເຊິ່ງ​ໄດ້​ເຮັດ​ໃຫ້​ກະ​ສິ​ກອນ​​ຫ້າວ​ຫັນ​ລ້ຽງ​ແກະຫຼາຍ​ຂຶ້ນ ແລະ​ຖື​ວ່າ​ເປັນ​ກິ​ລາ​ພື້ນ​ເມືອງທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ສູງ​ຈາກ​ປະ​ຊາ​ຊົນທ້ອງ​ຖິ່ນ​ດັ່ງ​ກ່າວ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ