ນັກ​ສຶກ​ສາທີ່​ສູງ​ເຖິງ 2,13 ແມັດ
2017-09-13 16:54:56  cri 

ນັກ​ສຶກ​ສາ​ໃໝ່ ​ຂອງວິ​ທະ​ຍາ​ໄລ​ຕົວ​ເມືອງ​ແລະ​ສິ່ງ​ແວດ​ລ້ອມ​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ຫວຍ​ຢິນ​ແຂວງ​ຈ່ຽງ​ຊູ ສ​ປ  ຈີນ​ຄົນ​ໜຶ່ງມີ​ຄວາມ​ສູງ​ເຖິງ 2,13 ແມັດ ເຊິ່ງ​ສູງ​ເທົ່າກັບ​ທ້າວ​ຢີ້​ຈ້ຽນ​ລຽນ ນັກ​ກິ​ລາ​ບ້ານ​ບ້ວງ​ທີມ​ຊາດ​ຈີນ. ​ຄວາມ​ຈິງ​ແລ້ວ, ຄົນ​ສູງ​ແບບ​ນີ້​ບໍ່​ຄ່ອຍ​ເຫັນ​ປານ​ໃດ, ສະ​ນັ້ນ, ເມື່ອ​ລາວ​ໄປ​ໃສ​ກໍ​ມີ​ຄົນ​ຫຸ້ມ​ເບິ່ງ​ທັງ​ຂໍ​ຖ່າຍ​ຮູບນຳ. ມະ​ຫາ​ວິ​ທະ​ຍາ​ໄລ​ດັ່ງ​ກ່າວ​ໄດ້​ເຮັດ​ຕຽງ​​ທີ່​ຍາວ 2,3 ແມັດ​ສະ​ເພາະ​ໃຫ້​ລາວ​ເປັນ​ພິ​ເສດ ທັງ​ໄດ້​ຈັດ​ຫ້ອງ​ພັກ​ດ່ຽວ​ ​ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​​ໃນ​ການ​ດຳ​ລົງ​ຊີ​ວິດຂອງ​ລາວ​ອີກ​ດ້ວຍ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ