ໄທຈັດ​ການ​ແຂ່ງ​ຂັນ​ກອ​ຟ​ມາ​ສ​ເຕີ
2017-09-13 14:30:59  cri 
ວັນ​ທີ 13 ຫາ​ວັນ​ທີ 15 ກັນ​ຍາ​ນີ້, ການ​ແຂ່ງ​ຂັນກອ​ຟ​ມາ​ສ​ເຕີໄທ​ໄດ້​ຈັດ​ຂຶ້ນ​ຢູ່​ສະ​ໂມ​ສອນ​ກອ​ຟ​ ປັນ​ຍາ ອິນ​ດ​ຣາ ນະ​ຄອນ​ຫຼວງ​ບາງກອກ​ຂອງ​ໄທ, ເຊິ່ງ​ເປັນ​ການ​ຈັດ​ຂຶ້ນ​ຮ່ວມ​ກັນ​ຂອງ​ສະ​ມາ​ຄົມ​ກອ​ຟອາ​ຊີບ​ເພດ​ຍິງ​ໄທ​ແລະ​ຈີນ.

ການ​ແຂ່​ງ​ຂັນ​ດັ່ງ​ກ່າວ​ມີ​ນັກ​ກິ​ລາ 114 ຄົນ​ຈາກ 16 ປະ​ເທດ​ແລະ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ. ເພື່ອ​ຊິງ​ເງິນ​ລາງວັນ​ເຖິງ 4 ລ້ານ​ບາດ​ຫຼືປະ​ມານ 8 ແສນຢວນ, ​ໂດຍ​ປີ​ນີ້​ແມ່ນ​ຄັ້ງ​ທີ 5 ແລ້ວ, ​ທັງ​ນີ້​ການ​ແຂ່ງ​ຂັນ​ລາຍ​ການ​ນີ້​ເປັນ​ການ​ສະ​ສົມ​ຄະ​ແນນ​ໂລກ​ໂດຍ​ສະ​ມາ​ຄົມກອ​ຟ​ອາ​ຊີບ​ເພດ​ຍິງ​ໄທ​ແລະ​ຈີນ​ເປັນ​ຝ່າຍ​ຢືນ​ຢັນ.

ທ່ານ​ພ່ານ​ຈົ້ງ​ກວ່າງ, ປະ​ທານ​ການ​ແຂ່ງ​ຂັນ​ກອ​ຟ​ອາ​ຊີບ​ເພດ​ຍິງ​ຈີນ​ເປີດ​ເຜີຍ​ວ່າ, ນີ້​ແມ່ນ​ການ​ແຂ່ງ​ຂັນ​ກອ​ຟ​ອາ​ຊີບ​ເພດ​ຍິງ​ຈີນ​ຈັດທີ່​ຂຶ້ນ​ຢູ່​ໄທ​ເປັນ​ຄັ້ງ​ທຳ​ອິດ, ​ແລະມາ​ຮອດ​ປັດ​ຈຸ​ບັນ, ນັກ​ກິ​ລາ 300 ຄົນ​​ທີ່​ເຂົ້າ​ຮ່ວມ​ແຂ່ງ​ຂັນ​ມີ 45 ຄົນ​ມາ​ຈາກ​ປະ​ເທດ​ໄທ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ