ວັນທີ 12 ກັນຍານີ້ຢູ່ເມືອງນານນິງເຂດກວາງຊີ ສປ ຈີນ, ສົມເດັດຮາຈິ ຮະຊັນນານ ໂບເກຍ ຊຸນຕານບຣູໄນກ່າວວ່າ, ລັດຖະບານບຣູໄນພວມພະຍາຍາມປ່ຽນແປງໂຄງປະກອບອຸດສາຫະກຳດ້ານດຽວໂດຍຖືນ້ຳມັນເຊື້ອໄຟແລະລົດເປັນຫຼັກ, ແລະອອກແຮງພັດທະນາເສດຖະກິດທີ່ມີຫຼາຍເຄົ້າ. ຈາກນີ້ສະແດງຄວາມຍິນດີຕ້ອນຮັບວິສາຫະກິດຈີນໄປລົງທຶນຢູ່ບຣູໄນໃນຫຼາຍຂົງເຂດ, ເພື່ອບັນລຸເປົ້າໝາຍຕ່າງຝ່າຍຕ່າງມີຜົນປະໂຫຍດ.
ໃນມື້ດັ່ງກ່າວ, ສົມເດັດຮາຈິ ຮຍາຊັນນານ ໂບເກຍໄດ້ເຂົ້າຮ່ວມ "ກອງປະຊຸມໂຕະມົນລະຫວ່າງຜູ້ນຳບຣູໄນແລະ CEOຂອງວິສາຫະກິດຈີນ" ທີ່ຈັດຂຶ້ນໃນໄລຍະຈັດງານວາງສະແດງສິນຄ້າຈີນ-ອາຊຽນ, ແລະໄດ້ເຊີນວິສາຫະກິດຈີນທີ່ຮ່ວມປະຊຸມ.
ສົມເດັດຮາຈິ ຮາຊັນນານ ໂບເກຍກ່າວວ່າ, ເພື່ອດຶງດູດວິສາຫະກິດຕ່າງປະເທດໄປລົງທຶນຢູ່ປະເທດຕົນ, ພາກສ່ວນກ່ຽວຂ້ອງພວມປັບປຸງກົດໝາຍໃຫ້ສົມບູນ, ເພື່ອເຮັດໃຫ້ລະບຽບກວດກາການລົງທຶນຂອງຕ່າງປະເທດງ່າຍກວ່າເກົ່າແລະເພີ່ມທະວີຄວາມໂປ່ງໃສດ້ານການຄ້າ, ເພື່ອເພື່ອບໍລິການວິສາຫະກິດຕ່າງປະເທດໃຫ້ດີກວ່າເກົ່າ.