ຈັດ​ກອງ​ປະ​ຊຸມ​ຊຸກ​ຍູ້​ວຽກ​ງານຖານ​ຂໍ້​ມູນໃຫຍ່​ແລະ​ການ​ປະ​ດິດ​ສ້າງ​ໃໝ່ທາງ​ອິນ​ເຕີ​ເນັດ​ດ້ານ​ອຸດ​ສາ​ຫະ​ກຳ​ຢູ່​ເມືອງ​ໂຝ​ຊ່ານ
2017-09-13 16:58:18  cri 

ເຂດ​ນານ​ໄຫ​ເມືອງ​ໂຝ​ຊ່ານ​ແຂວງກວາງ​ຕຸ້ງ​ໄດ້​ຈັດ​ກອງ​ປະ​ຊຸມ​ຊຸກ​ຍູ້​ວຽກ​ງານ​ຖານ​ຂໍ້​ມູນ​ໃຫຍ່​ຫຼື Big data ​ແລະ​ການ​ປະ​ດິດ​ສ້າງ​ໃໝ່ທາງ​ອິນ​ເຕີ​ເນັດ​ດ້ານ​ອຸດ​ສາ​ຫະ​ກຳ​ໃນ​ວັນ​ທີ 5 ກັນ​ຍາ​ນີ້, ແລະ​ໄດ້ສະ​ເໜີ​ອອກ​ມາ​ວ່າ​​ຕ້ອງ​ໄດ້ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ຂອງ​ຖາ​ນ​ຂໍ້​ມູນ​ສ​ໃຫຍ່​ແລະ​ການ​ປະ​ດິດ​ສ້າງ​ໃໝ່​ທາງ​ອິນ​ເຕີ​ເນັດ​ຂອງ​ອຸດ​ສາ​ຫະ​ກຳ​ຢ່າງ​ເຕັມ​ທີ່, ພັດ​ທະ​ນາ​ຂະ​ແໜງ​ການ​ຖານ​ຂໍ້​ມູນ​ໃຫຍ່, ສ້າງ​ຕົວ​ເມືອງ​ທັນ​ສະ​ໄໝ​ຮອບ​ດ້ານ​ແບບ​ໃໝ່, ຊຸກ​ຍູ້​ການ​ຍົກ​ລະ​ດັບ​ຂອງ​ຂະ​ແໜງ​ການ​ຜ​ະ​ລິດແລະ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕົວ​ຈິງ​ແບບ​ໃໝ່.

ເຈົ້າ​ໜ້າ​ທີ່​ສູ​ນ​ຂໍ້​ມູນ​ຂ່າວ​ສານ​ຈີນ, ອົງ​ການ​ປົກ​ຄອງ​ແຂວງກວາງ​ຕຸ້ງ​ແລະ​ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ​ທີ່​ມີ​ຊື່​ສຽງ​ເຊັ່ນ​ອາ​ລີ​ບາ​ບາ, ເທັນ​ເຊັນ​ແລະ​ຜູ້​ຕາງ​ໜ້າ​ສື່ມວນ​ຊົນ​ປະ​ມານ 600 ທ່ານ​ເຂົ້າ​ຮ່ວມກອງ​ປະ​ຊຸມດັ່ງ​ກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ