ຄວາມ​ໃຝ່​ຝັນ​ທີ່​ໃຫ້ເຂົ້າ​ປຸ້ນ​ເສັ້ນ​ເຢັນ​ພາກ​ເໜືອ​ເສ​ສວນ​ໂດ່ງ​ດັງ​ທົ່ວ​ໂລກ
2017-09-13 16:09:48  cri 

ເຂົ້າ​ປຸ້ນ​ເສັ້ນ​ເຢັນ​ພາກ​ເໜືອ​ເສ​ສວນ ເຊິ່ງເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ແມ່ນ​ວັດ​ຖຸ​ຂອງ​ແຂວງ​​ດັ່ງ​ກ່າວ ໂດຍ​ນາງຫຼີ​ຮ​ວາ ອາ​ຍຸ 42 ປີ​​ທີ່ເປັນ​ຜູ້​ສືບ​ທອດ​ນັ້ນ ໄດ້​ດຳ​ເນີນທຸ​ລະ​ກິດຂາຍເຂົ້າ​ປຸ້ນ​ຂອງ​ຕົນ​ເມື່ອ​ປີ 1998 ເປັນ​ຕົ້ນ​ມາ ຫຼັງ​ຮຽນ​ຮູ້​ວິ​ທີ​ການ​ເຮັດ​ຕອນ​ອາ​ຍຸ 18 ປີ.

ດ້ວຍ​ຄວາມ​ສາ​ມາດ​ຈາກ​ການ​ມີ​ເສັ້ນທາງ​ລົດ​ໄຟ, ທາງ​ດ່ວນ ແລະ​ອິນ​ເຕີ​ເນັດ, ​ຜົວ​ເມຍຫຼີ​ຮ​ວາ​ໄດ້​ຂາຍ​ເຂົ້າ​ປຸ້ນ​ໄປ​ສູ່ 18 ແຂວງ, ເຂດ ແລະ​ນະ​ຄອນ​ໃນ​ທົ່ວ​ປະ​ເທດ​ຈີນ ​ທັງ​ໄດ້​ເປີດ​ຮ້ານ​ເຖິງ 197 ແຫ່ງ​ໃນ​ທົ່ວ​ປະ​ເທດ ດ້ວຍ​ຜົນ​ສຳ​ເລັດ​ດັ່ງ​ກ່າວ, ຈິ່ງ​ສາ​ມາດ​ສ້າງ​ລາຍ​ຮັບ 363 ລ້ານຢວນ​ຕໍ່​ປີ. ແນວ​ໃດ​ກໍ​ດີ ​ເປົ້າ​ໝາຍ​​ສຳ​ຄັນຂອງ​​ນາງ​ກໍ​ຄື​ເຮັດ​ໃຫ້​ເຂົ້າ​ປຸ້ນ​ເສັ້ນ​ເຢັນ​ພາກ​ເໜືອ​ເສ​ສວນ ທີ່​ເປັນ​ອາ​ຫານ​ແຊບ​ແບບ​ດັ້ງ​ເດີມ​ຂອງ​ແຂວງ​ເສ​ສວນໂດ່ງ​ດັງ​ໄປ​ທົ່ວໂລກ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ