ລັດ​ຖະ​ບານ​ມຽນ​ມາ​ຈະ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ອົບ​ພະ​ຍົບ​ຈາກ​ການ​​ຕໍ່​ສູ້ກໍ່​ການ​ຮ້າຍ
2017-09-13 16:01:20  cri 
    ກະ​ຊວງ​ການ​ຕ່າງ​ປະ​ເທດ​ມຽນ​ມາ​ຖະ​ແຫຼງ​ໃນ​ຕອນ​ຄ່ຳ​ວັນ​ທີ 11 ກັນ​ຍານີ້​ວ່າ, ລັດ​ຖະ​ບານ​ ​ຈະ​ຊ່ວຍ​ເຫຼືອປະ​ຊາ​ຊົນ​ທີ່​ອົບ​ພະ​ຍົບ​ເພື່ອ​ໜີ​ໄພຈາກ​ການ​​ຕໍ່​ສູ້ກໍ່​ການ​ຮ້າຍ​ທັງ​ໝົດ​​ເພື່ອ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ນ້ຳ​ໃຈມະ​ນຸດ​ສະ​ທຳ​​ຂອງ​ຕົນ​.

    ຖະ​ແຫຼງ​ການ​ລະ​ບຸ​ວ່າ, ການ​ໂຈມ​ຕີ​ແບບກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ​ຢູ່​ລັດ​ຍະ​ໄຂ່​ຫວ່າງມໍ່ໆ​ນີ້ ເຮັດ​ໃຫ້​​ປະ​ຊາ​ຊົນຫຼາຍ​ກຸ່ມ​ພັດ​ພາກ​ຈາກ​ບ້ານ​ເກີດ​ເມືອງນອນ ແລະ ລັດ​ຖະ​ບານ​ຕົນສະ​ແດງ​ຄວາມ​ຊົມ​ເຊີຍ​ປະ​ຊາ​ຄົມ​ໂລກ​ທີ່​ກ່າວ​ປະ​ນາມ​ການ​ໂຈມ​ຕີ​ແບບກໍ່​ການ​ຮ້າຍ​ຢູ່​ເຂດ​​ດັ່ງ​ກ່າວ ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ສະ​ໜັບ​ສະ​ໜູນ​ຄວາມພະ​ຍາ​ຍາມ​​ໃນ​ການ​ບັນ​ລຸ​ສະ​ຖຽນ​ລະ​ພາບ, ສັນ​ຕິ​ພາບ ແລະ​ການ​ພັດ​ທະ​ນາ​ຂອງ​ລັດ​ຍະ​ໄຂ່.

    ຄະ​ນະ​ກຳ​ມະ​ການ​ຖະ​ແຫຼງ​ຂ່າວ​ກະ​ຊວງ​ສຳ​ນັກ​ງານ​ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ​ອອກ​ແຈ້ງ​ການ​ໃນ​ວັນ​ທີ 5 ກັນ​ຍານີ້​ວ່າ, ນັບ​ແຕ່​ເກີດ​ການ​ໂຈມ​ຕີ​ແບບກໍ່​ການ​ຮ້າຍ​ເມື່ອ​ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 25 ສິງ​ຫາ​ຜ່ານ​ມາ, ຢູ່​ລັດ​ຍະ​ໄຂ່​ໄດ້​ເກີດ​ເຫດ​ໂຈມ​ຕີ 97 ເທື່ອ ສົ່ງ​ຜົນ​ເຮັດ​ໃຫ້ຫຼາຍ​ສິບ​ຄົນ​ເສຍ​ຊີ​ວິດ ແລະຫຼາຍກວ່າ 26.700 ຄົນ​ພັດ​ພາກ​ຈາກ​ບ້ານ​ເກີດ​ເມືອງນອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ