ກອງ​ປ​ະ​ຊຸມ​ໂຕະ​ມົນ​ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ສິ​ລະ​ປະ​ຈີນ-ອາ​ຊຽນ​ອອກ "ຂໍ້​ລິ​ເລີ່ມ​ນານ​ນິງ"
2017-09-13 16:05:40  cri 
    ໃນ​ເວ​ທີ​ປຶກ​ສາ​ຫາ​ລື​ວັດ​ທະ​ນະ​ທຳ​ຈີນ-ອາ​ຊຽນ​ຄັ້ງ​ທີ 12 ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິ່ງ​ເຂດກວາງ​ຊີ ສ​ປ ຈີນ, ຜູ້​ຮັບ​ຜິດ​ຊອບ​​ຂະ​ແໜງ​ການ​ວັດ​ທະ​ນະ​ທຳ ແລະ ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ສິ​ລະ​ປະ​ຂອງ​ຈີນ​ແລະ 10 ປະ​ເທດ​ອາ​ຊຽນ ໄດ້​ອອກ "ຂໍ້​ລິ​ເລີ່ມ​ນານ​ນິງກອງ​ປ​ະ​ຊຸມ​ໂຕະ​ມົນ​ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ສິ​ລະ​ປະ​ຈີນ-ອາ​ຊຽນ​" ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ແລະ​ການ​ພັດ​ທະ​ນາ​ລະ​ຫວ່າງ​​ສອງ​ຝ່າຍ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ.

    ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ​ປະ​ກອບ​ມີ 4 ​ຂໍ້​ຄື: ໜຶ່ງ​, ຊຸກ​ຍູ້​ວຽກ​ງານ​ຢ້ຽມ​ຢາມ​ລະ​ຫວ່າງ​ມະ​ຫາ​ວິ​ທະ​ຍາ​ໄລ​ຕ່າງໆ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ, ເພີ່ມ​ທະ​ວີ​ການ​ວາງ​ແຜນ​ຍຸດ​ທະ​ສາດ ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ສຶກ​ສາ​ສິ​ລະ​ປະ​ຢ່າງ​ກົມ​ກຽວ​ກັນ; ສອງ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຍົກ​ລະ​ດັບ​ຊັບ​ພະ​ຍາ​ກອນ​ຄຸ້ມ​ຄອງ​ການ​ສຶກ​ສາ​ສິ​ລະ​ປະ​ແລະ​ອາ​ຈານ​ວິ​ຊາ​ສະ​ເພາະ​ຂອງ​ຝ່າຍ​ຕ່າງໆ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ; ສາມ, ສະ​ໜັບ​ສະ​ໜູນ​ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ເຫຼົ່າ​ນີ້​ຢ້ຽມ​ຢາມ​ເຊິ່ງ​ກັນ​ແລະ​ກັນ, ຈັດ​ການ​ສະ​ແດງ​ເພື່ອ​ແລກ​ປ່ຽນ​ກັນ ແລະສຸດ​ທ້າຍ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສະ​ແດງ​​ຜົນງານ​ການ​ສຶກ​ສາ​ສິ​ລະ​ປະ​ຈີນ-ອາ​ຊຽນ "ກອງ​ທອງ​" , ຍົກ​ລະ​ດັບ​ການ​ສະ​ແດງ​ໃຫ້​ສູງ​ຂຶ້ນ ແລະ​ຊຸກ​ຍູ້​ການ​ຮ່ວມ​ກັນ​ຊົມ​ໃຊ້​ຜົນ​ງານການ​ສຶກ​ສາ​ສິ​ລະ​ປະ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ