ຜູ້​ມັກ​ດຳ​ນ້ຳ​ລອຍ​ນ້ຳ​ນຳ​​ປາ​ສະຫຼາມ
2017-09-13 16:45:10  cri 



ວັນ​ທີ 12 ກັນ​ຍານີ້, ຜູ້​ມັກ​ດຳ​ນ້ຳ 10 ກວ່າ​ຄົນ​ໄດ້​ກາຍ​ເປັນ​ຜູ້​ໂຊກ​ດີ​ທີ່​ສາ​ມາດ​ສຳ​ຜັດ​ກັບ​ໂຄງ​ການ​ດຳ​ນ້ຳ​ຮ່ວມ​ກັບ​ປາ​ສະຫຼາມ​ກຸ່ມ​ທຳ​ອິດ​ຢູ່​ສວນ​ສັດ​ທະ​ເລ​ຊາງ​ລົງ​ເມືອງ​ຈູ່​ໄຫ​ແຂວງກວາງ​ຕຸ້ງ. ຫໍ​ປາ​ສະ​ຫຼາມ​ຂອງ​ສວນ​ສັດ​ທະ​ເລ​ດັ່ງ​ກ່າວ​ເລິກ 8 ແມັດ ໂດຍນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ຮ່ວມ​ໂຄງ​ການ​ດັ່ງ​ກ່າວ ຈະ​ໄດ້​ສຳ​ຜັດ​ກັບ​ປາ​ສະຫຼາມ​ໂດຍ​ໄດ້​ຮັບ​ການ​ປົກ​ປ້ອງ​ຂອງ​ຄູ​ຝຶກ​ໜຶ່ງ​ຕໍ່​ໜຶ່ງ. ເພື່ອ​ຮັບ​ປະ​ກັນ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຂອງ​ນ້ຳ​ໃນ​ຫໍ​ປາ​ສະຫຼາມ, ໂຄງ​ການ​ດັ່ງ​ກ່າວ​ພຽງ​ແຕ່​ເປີດ​ໃຫ້​ນັກ​ທ່ອງ​ທ່ຽວ 20 ຄົນໃດ​ສຳ​ຜັດ​ຕໍ່​ມື້​ເທົ່າ​ນັ້ນ.

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ